ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຢູ່ ນະ​ຄອນ Saint – Bruieuc, ຝ​ລັ່ງ

(VOVWORLD) -ໃນຂອບເຂດສັບປະດາວັດທະນະທຳ ຫວຽດນາມ ທີ່ພວມດຳເນີນຢູ່ນະຄອນ Saint – Bruieuc, ປະເທດຝລັ່ງ, ໂດຍມີ ບັນດາການເຄື່ອນໄຫວໂຄສະນາວັດທະນາທຳ, ແນະນຳພາບພົດປະເທດຊາດ, ຊາວຫວຽດນາມໄດ້ຮັບການຈັດຂຶ້ນ.
ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຢູ່ ນະ​ຄອນ Saint – Bruieuc, ຝ​ລັ່ງ - ảnh 1ນະຄອນ Saint – Bruieuc, ປະເທດຝລັ່ງ (ພາບ:  informationfrance)

ໃນນັ້ນບັນດາການເຄື່ອນໄຫວພົ້ນເດັ່ນແມ່ນ ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ໂດຍສະມາຄົມ Cotes-d Armor ຫວຽດນາມຈັດຕັ້ງ, ດ້ວຍຫົວຂໍ້ ຫວຽດນາມ ກັບປະຊາທິປະໄຕຢູ່ທະເລຕາເວັນອອກ, ພາຍໃຕ້ການເປັນປະທານຂອງທ່ານ Jacques Bourgain, ປະທານສະມາຄົມ Cotes-d Armor ຫວຽດນາມ ແລະ ທ່ານ Daniel Schaeffer, ອະດີດນາຍພົນ ກອງທັບຝລັ່ງ, ນັກຄົ້ນຄ້ວາກ່ຽວກັບອາຊີ ແລະ ທະເລຕາເວັນອອກ.

ທີ່ກອງປະຊຸມສຳມະນາ, ບັນດານັກຄົ້ນຄ້ວາໄດ້ສຸມໃສ່ໄຈ້ແຍກສະພາບການຢູ່ທະເລຕາເວັນອອກ, ແຕ່ບັນດາບັນຫາປະຫວັດສາດຕະຫຼອດຮອດບັນດາບັນຫາທີ່ພວມເກີດຂຶ້ນໃນພາກຕົວຈິງໃນປັດຈຸບັນ. ບັນດານັກໄຈ້ແຍກລ້ວນແຕ່ເຫັນດີເປັນເອກະພາບກັບທັດສະນະທີ່ວ່າ ສະພາບການຢູ່ທະເລຕາເວັນອອກປັດຈຸບັນພວມມີຄວາມເຄັ່ງຕຶງຍ້ອນບັນດາຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງ ເສັ້ນທາງ 9 ຕອນ ເຊິ່ງ ຈີນໄດ້ຍົກອອກມາເອງ ແລະ ເລື່ອງຈີນບໍ່ປະຕິບັດຕາມຄຳຕັດສິນຂອງສານອະນຸຍາໂຕຕຸລາການ (PCA) ຢູ່ Haye. ທ່ານ Daniel Schaeffer ກໍ່ມີຄວາມຫວັງວ່າ ດ້ວຍບົດບາດເປັນປະທານອາຊຽນ ປີ 2020, ຫວຽດນາມ ຈະເຕົ້າໂຮມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ຕອບກັບ

ຂ່າວ/ບົດ​ອື່ນ