ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຝລ່ັງ:ການກະທຳຂອງຈີນແມ່ນລະເມີດບັນດາຄຳໝັ້ນສັນຍາສາກົນ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຝລ່ັງ:ການກະທຳຂອງຈີນແມ່ນລະເມີດບັນດາຄຳໝັ້ນສັນຍາສາກົນ - ảnh 1
ພາບປະກອບ:internet


(vovworld)- ກອງ​ປະຊຸມ“ສະພາບ​ການ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ເຂດ​ທະ​​ເລ​ຕາ​ເວັນ​ອອກ” ​ໂດຍ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ຂຶ້ນ​ກັບ​ວິທະຍາຄານ​ປ້ອງ​ກັນຊາ​ດ ຝລັ່ງ (IRSEM) ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 25/6 ຢູ່ ປາຣີ ປະ​ເທດ ຝລັ່ງ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສາດສະດາຈານ, ນັກຮຽນ​ຮູ້ ຜູ້​ແທນ​ເກືອບ 100 ທ່ານ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສາດສະດາຈານ Rommel Banlaoi, ຜູ້ອຳ​ນວຍ​ການ​ສູນ​ຄົ້ນ​ຄ້ວາລະ​ຊາ​ການ​ລັບ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຂອງ ຟິລິບ​ປີນ ກ່າວ​ເຕືອນ​ເຖິງ​ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​ເມື່ອ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າ​ງຜິດ​ກົດໝາຍ​ຢູ່​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່ທະວີບ​ຂອງ​ຫວຽດນາມ. ສາດສະດາຈານ Rommel Banlaoi ຢືນຢັນ​ວ່າ: ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ການ​ກະທຳ​ຂອງ​ຈີນ ​ແມ່ນ​ລະ​ເມີດ​ບັນດາ​ຂໍ້​ຕົກລົງ​ສາກົນ ຊື່​ງກ່ອນ​ນີ້ ​ໄດ້​ລົງ​ນາມ. ສາດສະດາຈານ Rommel Banlaoi ​ເນັ້ນ​ຫນັກ​ວ່າ: ຈີນ ຕ້ອງ​ເຄົາລົບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ໝັ້ນ​ໝາຍ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ຕ້ອງ​​ສາມັກຄີກັນ​ເພື່ອ​ແກ້​ໄຂສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຕາມ ສາດສະດາຈານ Rommel Banlaoi ​ແລ້ວ, ນ້ຳ​ໃຈ​ຮັກ​ຊາດ ພ້ອມ​ກັບ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະຊາຊົນ​ຫວຽດນາມ ນັບ​ມື້​ນັບ​​ແຮງ​ກ້າ ​ແລະ ຝ່າຍ​ຈີນ ຕ້ອງ​ເຂົ້າ​ໃຈ​ວ່າ  ຫວຽດນາມ ບໍ່ຖອຍຫລັງຈັກ​ເທື່ອ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ຢູ່​ນອກ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Marie Sybille de Vienne, ສາດສະດາ​ຈານ​ກ່ຽວ​ກັບ​ການ​ພົວພັນ​ກັບ​ສາກົນ ສັງກັດ​ສະ​ຖາ​ບັນ​ພາສາ​ສາດ ​ແລະ ສີວິ​ໄລ ຝ່າຍຕາ​ເວັນ​ອອກ ຢູ່ ປາຣີ, ທັງ​ເປັນ ຜູ້ອຳນວຍການສູນ ອາຊີ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຖື​ວ່າ: ຈີນ ຕ້ອງ​ສະ​ແດງ​ຄວາມ​ຮັບຜິດຊອບ ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ມູ່ງ​ໄປ​ເຖິງ​ການ​​ແກ້​ໄຂ​​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ.

 

 

ຂ່າວ/ບົດ​ອື່ນ