ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ມະຫາວິທະຍາໄລ Yale, ອາເມລິກາ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ມະຫາວິທະຍາໄລ Yale, ອາເມລິກາ - ảnh 1
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ
ຢູ່ມະຫາວິທະຍາໄລ Yale, ອາເມລິກາ
(ພາບ: Vietnam+)

(vovworld) – ​ໃນ​ລະ​ຫວ່າງວັນ​ທີ 06 – 07/05, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Yale, ລັດ Connecticut, ປະ​ເທດ​ອາ​ເມ​ລິ​ກາ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ ດ້ວຍ​ຫົວ​ຂໍ້​ວ່​າ “ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ໂດຍ​ສະ​ພາ​ຄົ້ນ​ຄວ້າ​ອາ​ຊີຕາ​ເວັນ​ອອກ (CSEAS) ຢ​ູ່​ມະ​ຫາ​ວິ​ທະ​ຍາ​ໄລ Yale ຈ​ັດ​ຕັ້ງ. ສະ​ພາ​ຄົ້ນ​ຄວ້າ​ອາ​ຊີຕາ​ເວັນ​ອອກ ​ແລະ ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ແລະ ສຶກ​ສາ​ຫວຽດ​ນາມ ສົມ​ທົບ​ກັນ​ອຸ​ປະ​ຖຳ. ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ດຶງ​ດູດ​ການ​ເຂົ້​າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້ແຖວ​ໜ້າ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ທີ່​ມາ​ຈາກ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄວ້າ, ມ​ະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ອິດ​ທິ​ພົນ​ຊື່​ສ​ຽງ​ຢູ່​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ຄື: ຝ​ລັ່ງ, ເຢຍ​ລະ​ມັນ, ອົດ​ສະ​ຕາ​ລີ, ອັງ​ກິດ, ກາ​ນາ​ດາ. ບັນ​ດາ​ນັກ​ຮຽນ​ຮູ້ ໄດ້​ຄັດ​ສະ​ເໜີ​ບັນ​ດາ​ເອ​ກະ​ສານ ແລະ ແຜນ​​ທີ່​ເກົ່າ, ລວມ​ທັງ​ຂອງ​ຈ​ີນ, ບັ​ນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ຂອງ​ຝ່າຍ​ຕາ​ເວັນ​ຕົກ ເມື່ອ​ເດື​ນ​ທາງ​ຜ່ານ​ເຂດ​ທະ​ເລ​ນີ້, ​ເຊິ່ງໄດ້​ພິ​ສຸດ​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັບ​ບັນ​ດາ​ຄຳ​ຖະ​ແຫຼງ​ອະ​ທິ​ປະ​ໄຕ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວ​ັ​ນອ​ອກ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ກ່າວ​ເຕືອນຈີນ ​ກໍ່​ສ້າງ​ກຳ​ລັງ​ທະ​ຫານ​ທີ່ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ​ເພື່ອ​​ຄອບ​ງຳຄວບ​ຄຸມບາງ​ເກາະ​​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ​ກ່າວ​ເຕືອນຈີ​ນ ພວມ​ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ກ່ຳ​ປັ່ນ​ຫາ​ປາ ສົມ​ທ​ົບ​ກັບ​ກ່ຳ​ປັ່ນ​ການ​ຄ້າ ແລະ ບັນ​ດາ​ກ່ຳ​ປັ່ນ​ຂອງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ ເພື່ອ​ແນ​ໃສ່​​ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຄຽງ​ຂ້າງນັ້ນ, ຈີນ​ຍັງ​ນຳ​ໃຊ້​ກຳ​ລັງທະ​ຫານ​ລາດ​ທະ​ເລ ​ເພື່​ອ​ເວ​ລາ​ເກີດການ​ປະ​ທະ​ກັນ​​ດ້ວຍ​ກຳ​ລັງ​ອາ​ວຸດ, ກຳ​ລັງ​ນີ້​​ຈະ​ມີ​ບົດ​ບາດ​ຄື​ກຳ​ລັງ​ກອງ​ທັບ​ເຮືອບໍ່​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ