ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອາເມລິກາ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອາເມລິກາ - ảnh 1
ທະ​ເລ​ຕາ​ເວັນ​ອອກ
ພາບ​ປະ​ກອບ:intrnet

(vovworld)-  ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງ​ກ່າວ​ໂດຍ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ສົມ​ທົບ​ກັບ​ພັນ​ທະ​ມິດ​ທະ​ເລ, ມະ​ຫາ​ວິ​ທະ​ຍາ​ໄລ John Hopkins ຂອງ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ໃນ​ວັນ​ທີ 20/10 ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ຄວາມ​ໝັ້ນ​ຄົງ ແລະ ການ​ຜັນ​ແປ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ຢູ່ ທະ​ເລ​ຕາ​ເວັນ​ອອກ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ,  ​ນັກ​ຂ່າວ, ນັກ​ຄົ້​ນ​ຄ້​ວາ James Borton ຖື​ວ່າ ສະ​ພາບ​ແວດ​ລ້ອມ​ທະ​ເລ ແລະ ຄວາມ​ໝັ້ນ​ຄົງ​ທະ​ເລ​ຕາ​ເວັນ​ອອກ ພວມ​ຖືກ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ ຍ​້ອນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ຜ່ານ​ມາ. ໃນ​ຂະ​ນະ​ນັ້ນ, ທ່ານ Wallace Gregson, ອະ​ດີດພົນ​ຕີ​ທະ​ຫານ​ເຮືອ​ສູ້​ຮົບ​ທາງ​ບົກ ອາ​ເມ​ລິ​ກາ, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຈີນ ແລະ ປາ​ຊີ​ຟີກ ໄດ້​ຕີ​ລາ​ຄາ​ວ່າ ບັນ​ດາ​ຄຳ​ຖະ​ແຫລງ​ອະ​ທິ​ປະ​ໄຕ​ ແລະ ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ສະ​ພາບ​ເດີມ​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ມໍ່​ໆ​ມານີ້ ພວມ​ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ທູດ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ກໍ່​ຂາດ​ສະ​ຖຽນ​ລະ​ພາບ ແລະ ໄພຈະ​ເກີດ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ