ກອງປະຊຸມສຳມະນາກ່ຽວກັບສັນຍາການຄ້າເສລີ ຫວຽດນາມ - EU ຢູ່ ໂປໂລຍ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບແງ່ຫວັງຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2018

ຢູ່ນະຄອນຫຼວງ Vacsava, ປະເທດ ໂປໂລຍ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບສະພາບການເສດຖະກິດ ຫວຽດນາມ, ກາລະໂອກາດຈາກສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ແລະ ມາດຕະການຊຸກຍູ້ການເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບແງ່ຫວັງຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2018, ພິເສດແມ່ນການແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ຕາມການສະຖິຕິແລ້ວ, ສະເພາະໃນປີ 2017, ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ 36 ຕື້ USD, ສູງສຸດໃນຮອບເວລາ 10 ປີຜ່ານມາ. ກ່ຽວຂ້ອງເຖິງສັນຍາ EVFTA, ບັນດາຜູ້ແທນເນັ້ນໜັກວ່າ ນີ້ແມ່ນ FTA ລຸ່ນໃໝ່ລະຫວ່າງ ຫວຽດນາມ ແລະ 28 ປະເທດສະມາຊິກ EU, ແມ່ນສັນຍາຮອບດ້ານ, ມີຄຸນນະພາບສູງ, ມີຄວາມດຸ່ນດ່ຽງກ່ຽວກັບຜົນປະໂຫຍດໃຫ້ທັງ ຫວຽດນາມ ແລະ EU. ໄລຍະຜ່ານມາ, ການພົວພັນການຄ້າ ຫວຽດນາມ -  EU ພັດທະນາວ່ອງໄວ, EU ແມ່ນຕະຫຼາດສົ່ງອອກໃຫຍ່ທີ 2 ຂອງ ຫວຽດນາມ, ຫວຽດນາມ ມີການຄ້າສ່ວນເກີນກັບ EU ປະມານ 31,8 ຕື້ USD. ສັນຍາ EVFTA ຈະເປີດໂອກາດໃຫ້ບັນດາວິສາຫະກິດໝູນໃຊ້ທ່າແຮງການຜະລິດຈາກຕະຫຼາດ ຫວຽດນາມ ຢ່າງສຸດຂີດເພື່ອສົ່ງອອກສິນຄ້າໄປຍັງ ໂປໂລຍ ດ້ວຍພາສີບຸລິມະສິດ.

ຕອບກັບ

ຂ່າວ/ບົດ​ອື່ນ