ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກຢູ່ລັດເຊຍ

ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກຢູ່ລັດເຊຍ - ảnh 1
(ກອງປະຊຸມສຳມະນາກ່ຽວກັບສະພາບການຢູ່ທະເລຕາເວັນອອກຢູ່ລັດເຊຍ)

(vovworld) - ວັນ​ທີ 07/10, ຢູ່​ນະ​ຄອນ​ຫຼວງ​ມົດ​ສະ​ກູ, ປະ​ເທດ​ລັ​ດ​ເຊຍ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ດາ​ປະ​ເທດ​ຝ່າຍຕາ​ເວນ​ອອກ ສັງ​ກັດ​ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ລັດ​ເຊຍ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ດ້ວຍ​ຫົວ​ຂໍ້​ວ່າ “ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍ​ຫຼັງ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລະ​ການ (PCA) ຢູ່​ລາ​ໄຣ, ປະ​ເທດ​ໂຮນ​ລັງ”. ຜ່ານ​ບົດ​​ປະ​ກອບ​ຄວາມ​ເຫັນ 10 ບົດ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ແງ່​ມູມ​ຫຼາຍ​ຢ່າງ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​​ຂັດ​ແຍ້ງຢ​ູ່​ທະ​ເລ​ຕາ​ເວັນ​ອອກ ຄື​ຄວາມ​ໝາຍ​ຂອງ​ຄຳ​ຕັດ​ສິນ​ຂອງ PCA ຢູ່​ລາ​ໄຣ, ປະ​ເທດ​ໂຮນ​ລັງ ກ່ຽວ​ກັບ​ເລື່ອງ​ຟິ​ລິບ​ປີນ ຮ້ອງ​ຟ້ອງ ຈີນ ກ່ຽວ​ກັບ​ຄຳ​ຮຽກ​ສິດ “ເສັ້ນ 9 ຕອນ”, ປະ​ຕິ​ກິ​ລິ​ຍາ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ​ຄຳ​ຕັດ​ສິນ, ທັດ​ສະ​ນະ​ຂອງ​ລັດ​ເຊຍ ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ... ບັນ​ດາ​ບົດ​ປະ​ກອບ​ຄວາມ​ເຫັນ​ລ້ວນ​ແຕ່​ຖື​ວ່າ, ພາຍ​ຫຼັງ​ຄຳ​ຕັດ​ສິນ​ຂອງ PCA ເມື່​ອ​ວັນ​ທີ 12/07 ຜ່ານ​ມາ, ເຖ​ິງວ່າ ຈີນ ບໍ່​ຍອມ​ຮັບ​ຄຳ​ຕັດ​ສິນ ແຕ່​ສະ​ພາບ​ການ​ຢູ່​ພາ​ກ​ພື້ນ ແລະ ສາ​ກົນ ບໍ່​ມີ​ຄວາມ​ສັບ​ສົມ​ອີກ, ຫາກ​ກົງ​ກັນ​ຂ້າມ, ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງ ແລະ ນັບ​ທັງ​ຈີນ ໄດ້​ສະ​ໜັບ​ສະ​ໜູນ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ເພື່ອ​ຊອກ​ຫາ​ການ​ປະ​ນິ​ປະ​ນອມ. ​ເມື່ອຂໍ້​ສັງ​ເກດ​ກ່ຽວ​​ກັບ​ທັດ​ສະ​ນະ​ຂອງ​ລັດ​ເຊຍ ໃນ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ​ຄື​ຄຳ​ຕັດ​ສິນ​ຂອງ PCA ເມື່ອ​ວັນ​ທີ 12/07 ຜ່ານ​ມາ, ທ່ານ Dimitry Mosyakov, ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທະ​ວີບ​ອົດ​ສະ​ຕາ​ລີ ແລະ ທະ​ວີບ​ມະ​ຫາ​ສະ​ມຸດ ​ໃຫ້​ຮູ້​ວ່າ, ຍາມ​ໃດ​ລັດ​ເຊຍ ກໍ​ເຄົາ​ລົບ​ ແລະ ຮຽກ​ຮ້ອງ​ຝ່າຍ​ຕ່າງໆ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ອາ​ວຸດ ແລະ ບໍ່ນາບ​ຂູ່​ນຳ​ໃຊ້​ອາ​ວຸດ.

ຂ່າວ/ບົດ​ອື່ນ