ກອງປະຊຸມສຳມະນາກ່ຽວກັບຫວຽດນາມຢູ່ຝລັ່ງ:ບັນດາຜູ້ແທນຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ

ກອງປະຊຸມສຳມະນາກ່ຽວກັບຫວຽດນາມຢູ່ຝລັ່ງ:ບັນດາຜູ້ແທນຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
photo:internet


(vovworld)- ວັນ​ທີ 18/6, ກອງ​ປະຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ:“ຫວຽດນາມ​ໃນທ່າມກາງຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ປະຈຸ​ບັນ” ດຳ​ເນີ​ນ​ໄປ​ໃນ​ວັນ​ທີ 17/6 ຢູ່ ສຳນັກງານ​ສະພາ​ສູງ​ຝລັ່ງ ຢູ່ ນະຄອນຫລວງ ປາຣີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ​ເຢືອງຈີ​ຢູງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຝລັ່ງ ​ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ​ຂອງ​ຫວຽດນາມ​ພາຍຫລັງ​ເກືອບ 3 ທົດ​ສະ​ວັດ​​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ​ແລະ ​ເນັ້ນ​ຫນັກ​ວ່າ: ​ໃນ​ສະພາວະ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ພວມ​ແກ່ຍາວ, ຫວຽດນາມ ຍັງ​ຄົງ​ຮັບປະກັນ​ການຈະ​ເລີ​ນ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ກວ່າ 5% ​ໃນ​ຊຸມ​ປີຜ່ານມາ. ນະ​ໂຍບາຍ​ສ້າງ​ຄວາມ​ສະດວກ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ລັດຖະບານ​ຫວຽດນາມ ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ ກາຍ​ເປັນ​ສະຖານ​ທີ່​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ, ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ​ຝລ່ັງ. ທ່ານ​ເຢືອງຈີ​ຢູງ ​ແຈ້ງ​ໃຫ້​ບັນດາ​ຜູ້​ແທນ​ຊາບ​ກ່ຽວ​ກັບ​ການ​ຜັນ​ແປ​ຫລ້າ​ສຸດ​ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ຜູ້​ແທນ​ລ້ວນ​ແຕ່​ອອກສຽງ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​​ໄຫລ່​ທະວີບ​ຂອງ​ຫວຽດນາມ ພ້ອມ​ທັງ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນອອກຈາກເຂດເສດຖະກິດຈຳເພາະ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ນາຍພົນ Daniel Schaeffer, ອະດີດທູດທະຫານ ຝລ່ັງ ປະຈຳຈີນ, ໄທ ແລະ ຫວຽດນາມ ເນັ້ນຫນັກວ່າ: ເອີລົບ, ອາເມລິກາ ແລະ ທົ່ວໂລກ ຄວນມີສຽງເວົ້າ ເພື່ອສະກັດກັ້ນນະໂຍບາຍແຜ່ອຳນາດ ແລະ ບັນດາການກະທຳ

ລ່ວງລ້ຳຂອງຈີນ ສຳລັບ​ຫວຽດນາມ ຫລືບ​ັນດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ຄື: ຟິລີບ​ປີນ.

        “ບໍ່​ພຽງ​ແຕ່ ຝລ່ັງ ຫລື ​ເອີ​ລົບ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ສະ​ແດງ​ທັດສະນະ​ວິຕົກ​ກັງວົນ​​ເທົ່າ​ນັ້ນ ຫາກ​ຕ້ອງ​ມີ​ການ​ກະທຳ​​ໃນ​ທົ່ວ​ໂລກ ​ເພື່ອ​ໃຫ້​ຈີນ ບໍ່​ທວງ​ເອົາ​ເສັ້ນທາງ 9 ຕອນຕາມ​ເຈດ​ຈຳນົງ​ຂອງ​ເຂົາ​ເຈົ້າ​. ທີ​ສອງ, ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະ​ນັ້ນ ການ​ເຄື່ອນ​ໄຫວ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຂອງ​ຈີນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ​ແມ່ນ​ລະ​ເມີດ​ຫລັກການ ​ແລະ ຖະ​ແຫລ​ງການ​ດັ່ງກ່າວ ຊື່​ງຈີນ​ໄດ້​ລົງ​ນາມ.”

 

 

 

 

 

 

ຂ່າວ/ບົດ​ອື່ນ