ກອງປະຊຸມສຳມະນາ”ຄູ່ຮ່ວມມືດຳເນີນທຸລະກິດຫວຽດນາມ-ອາເມລິກາເພື່ອພັດທະນາພະລັງງານ”

ກອງປະຊຸມສຳມະນາ”ຄູ່ຮ່ວມມືດຳເນີນທຸລະກິດຫວຽດນາມ-ອາເມລິກາເພື່ອພັດທະນາພະລັງງານ” - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຟ້າມກວາງວິງ
(ພາບ: TTXVN )

(vovworld) - ກອງ​ປະ​ຊຸມ​​ສຳ​ມະ​ນາ ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 3/11 ຢູ່ ວໍ​ຊິງ​ຕັນ ດີ​ຊີ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ອາ​ເມ​ລິ​ກາ ຟ້າມກວາງວິງ ເນັ້ນ​ໜັກ​ວ່າ: ກອງ​ປະ​ຊຸມ​ສຳ​ມະ​ນາ ແມ່ນ​ດຳ​ເນີນ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມໄດ້​ພົບ​ປະ​ໂດຍ​ກົງ​ ກັບ​ບັນ​ດາ​ອົງ​ການ​ໜູນ​ຊ່ວຍ​ດ້ານ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ. ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ສ້າງ​ກາ​ລະ​ໂອ​ກາດ​ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ພະ​ລັງ​ງານ. ພ້ອມ​ກັບ​ການ​ພັດ​ທະ​ນາ​ນັບ​ມື້​ນັບ​ແຂງ​ແຮງ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ-ອາ​ເມ​ລິ​ກາ​ໃນ 20 ປີ​ຜ່ານ​ມາ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ. ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ, ບໍ​ລິ​ສັດ​ໃຫຍ່​ຂອງ​ອາ​ເມ​ລິ​ກາ​ພວມ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ທີ່​ສຸດ​ຢູ່​ຫວຽດ​ນາມ​ຄື: Exxon Mobil, Murphy Oil, General Electric, Westinghouse ແລະ ພວມ​ເປີດ ກາ​ລະ​ໂອ​ກາດ​​ໃຫ້​ທັງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ລັດ​ຖະ​ບານ​ສອງ​ປະ​ເທດ ​ຫວຽດ​ນາມ-ອາ​ເມ​ລິ​ກາ ໄດ້ຮັກ​ສາ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ໃນ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ພະ​ລັງ​ງ​ງານ​​ທີ່ໝັ້ນ​ຄົງ, ສິ່ງ​ແວດ​ລ້ອມ​ຢູ່​ໃນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍກໍ່​ຄື​ກົນ​ໄກຫຼາຍ​ຝ່າຍ. ສ່ວນ​ຫວຽດ​ນາມ, ໂດຍ​ຕາງ​ໜ້າ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ພະ​ລັງ​ງານ, ອົງ​ການ​ພັດ​ທະ​ນາ ແລະ​ ການ​ຄ້າ ອາ​ເມ​ລິ​ກາ ( USTDA ) ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ແລະ ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ອາ​ເມ​ລິ​ກາ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ຫວຽດ​ນາມ

 

ຂ່າວ/ບົດ​ອື່ນ