ກອງປະຊຸມສຳມະນາຍົກສູງຄຸນນະພາບການທ່ອງທ່ຽວຢູ່ຫວຽດນາມ

ກອງປະຊຸມສຳມະນາຍົກສູງຄຸນນະພາບການທ່ອງທ່ຽວຢູ່ຫວຽດນາມ - ảnh 1
(ພາບປະກອບ)

​​(vovworld) - ​ໃນ​ລະຫວ່າງ​ວັນ​ທີ 05 – 07/08, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ສົມທົບ​ກັບ​ວິທະຍາ​ໄລ​ວັດທະນະທຳ, ສິລະ​ປະ ​ແລະ ທ່ອງ​ທ່ຽວ ​ໄຊ​ງ່ອນ ​ແລະ ມະຫາ​ວິທະຍາ​ໄລ Arizona, ອາ​ເມ​ລິ​ກາ, ຈັດ​ກອງ​ປະຊຸ​ມສຳ​ມະ​ນາ​ຝຶກ​ອົບ​ຮົມ​ອາຊີບ​ທ່ອງ​ທ່ຽວ “ຍົກ​ສູງ​ຄຸນ​ນະ​ພາບ​ການທ່ອງທ່ຽວ​ຫວຽດນາມ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 100 ຄົນ ທີ່​ເຄື່ອນ​​ໄຫວ​ໃນ​ຂົງ​ເຂດ​ທ່ອງທ່ຽວຢູ່​ນະຄອນ​​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຮ່າ​ວັນ​ຊຽວ, ຮອງ​ຫົວໜ້າ​ກົມ​​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ, ​ໃນ 3 ມື​ເຮັດ​ວຽກ​ກັບ​ບັນດາ​ຜູ້​ຕາງໜ້າ​ມະຫາວິທະຍາ​ໄລ Arizona, ບັນດາ​ຜູ້ຕາງໜ້າ​ຫວຽດນາມ ຈະ​ມີ​ບົດຮຽນ​ຫຼາຍ​ຢ່າງ​ໃນ​ການ​ພັດ​ທະນາ​ຂະ​ແໜງ “​ອຸດສາຫະກຳ​ບໍ່​ມີ​ຄວັນ” ​ແລະ ທ່​າອ່ຽງຂອງ​ໂລກ​ໃນ​ປະຈຸ​ບັນ. ຄຽງ​ຂ້າງ​ນັ້ນ, ກອງ​ປະຊຸມ​ສຳ​ມະ​ນາ​ກໍ​ປະກອບສ່ວນ​ຍົກສູງ​ຄຸນ​ນະພາ​ບ​ແຫ່ຼງ​ຊັບພະຍາກອນ​ມະນຸດ​ຂະ​ແໜງ​ທ່ອງ​ທ່ຽວ​ທີ​ມີ​ຄຸນ​ນະພາ​ບສູງ ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ປະຈຸ​ບັນ​ຢ່າງ​ແທດ​ຈິງ. ນີ້​ແມ່ນ​ໜຶ່ງໃນ​ບັນດາ​ປັດ​ໃຈ​ຫຼັກ​ແຫຼ່ງ ​ເພື່ອ​ຊອກ​ຫາ​ທິດ​ທາງ​ພັດທະນາ​ຂະ​​ແໜງ​ທ່ອງ​ທ່ຽວ​ຂອງ​ຫວຽດນາມ ຕໍ່ໜ້າ​ທ່າ​ອ່ຽງ​ເຊື່ອມ​​ໂຍງ ​ແລະ ຫັນ​ເປັນ​ສາກົນ.

ຂ່າວ/ບົດ​ອື່ນ