ກອງປະຊຸມສຳມະນາຍົກສູງຄວາມສາມາດແກ່ງແຍ້ງຂອງຫວຽດນາມ

ກອງປະຊຸມສຳມະນາຍົກສູງຄວາມສາມາດແກ່ງແຍ້ງຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) - “ກຳນົດ​ທ່າ​ແຮງ​ໃນການແກ່ງ​ແຍ້​ງຂອງ​ຫວຽດນາມ ຄືນ​ໃໝ່ຜ່ານ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມືກັບຄວາມ​ສ່ຽງ” ​ແມ່ນ​ຫົວ​ຂໍ້​ຂອງກອງ​ປະຊຸມ​ສຳ​ມະ​ນາ ​ເຊິ່ງໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/12, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເຈີ່ນ​ຕ໋ວນ​ແ​ອງ (Tran Tuan Anh) ຖື​ວ່າ.

“ໜ້າ​ທີ່​ຈຸດ​ສຸມ​​ເຊິ່ງ​ໄດ້​ວາງ​ອອກ​ໃຫ້​ທົ່ວພື້ນຖານ​ເສດຖະກິດ​ຂອງ​ພວກ​ເຮົາ​ນັ້ນແມ່ນ ຄວນມຸ່ງ​ໄປ​ສູ່​ການຫັນປ່ຽນ​ຮູບ​ແບບ​ເສດຖະກິດ, ພິ​ເສດ​ ປັດ​ໃຈ​ສຳຄັນ​ແມ່ນ​ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ. ສະມັດ​ຕະພາບ​ແຮງ​ງານ​ຂອງ​ພວກ​ເຮົາ​ຍັງ​ຕໍ່າ​ຢູ່ ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ. ​ໃນ​ສະພາບ​ແວດ​ລ້ອມ​​ແຫ່ງ​ການແກ່ງ​ແຍ້ງຢ່າງ​ຂ້ຽວຂາດ​ນັ້ນ. ລັດຖະບານ​​ໄດ້ເອົາ​ໃຈ​ໃສ່ຍົກ​ສູງ​ອັດຕາ​ການ​ປະກອບສ່ວນ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ປາຍ​ແຫຼມ, ພິ​ເສດ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະວີ​ໃນ​ຂົງ​ເຂດ​ອຸດສາຫະກຳ ​ແລະ ການ​ບໍລິການ”.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ການ​ນຳ​ບັນດາ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບທ່າ​ແຮງ​​ໃນ​ການແກ່ງ​ແຍ້ງ​ຂອງ​ຫວຽດນາມ ກໍ​ຄື​ເລື່ອງ​ເຮັດ​ແນວ​ໃດ​ເພື່ອ​ຍົກ​ສູງ​ຄວາມ​ສາມ​າດ​ແກ່ງ​ແຍ້ງ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ