ກອງປະຊຸມສຳມະນາ“ດຳເນີນທຸລະກິດກັບຫວຽດນາມ”ຢູ່ນິວຊີແລນ

ກອງປະຊຸມສຳມະນາ“ດຳເນີນທຸລະກິດກັບຫວຽດນາມ”ຢູ່ນິວຊີແລນ - ảnh 1
ກອງປະຊຸມສຳມະນາ“ດຳເນີນທຸລະກິດກັບຫວຽດນາມ”ຢູ່ນິວຊີແລນ
(ພາບ: vietnam+)

(vovworld) – ​​ ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ນິວຊີ​ແລນ ຈັດ​ຕັ້ງ​ໃນ​ວັນ​ທີ 10/11 ຢູ່​ນະຄອນຫລວງ Wellington. ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ຫວຽດຢຸງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ນິວຊີ​ແລນ ​ໄດ້​ຫວນ​ຄືນ​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພົວພັນ ຫວຽດນາມ - ນິວຊີ​ແລນ ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​​ແມ່ນ​ເສດຖະກິດ - ການ​ຄ້າ. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ​ຕີ​ລາຄາ​ສູງ​ໝາກຜົນ​ຂອງ​ບັນດາການ​ເຄື່ອນ​ໄຫວ ​ໄດ້​ຮັບ​ການຜັນ​ຂະຫຍາຍ​ໃນ​ປີ 2015 ຢູ່ 2 ປະ​ເທດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຄື​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ຂັ້ນຕ່າງໆ ກໍ​ຄື​ບັນດາ​​ເຫດການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ເພື່ອ​ເພີ່ມ​ທະວີ​​ການ​ຮ່ວມ​ມື​ໃນບັນດາຂົງ​ເຂດ​ກ່ວາ​ອີກ ຊຶ່ງ 2 ຝ່າຍ​ມີ​ຄວາມ​​ຕ້ອງ​ການ ​ແລະ ມີທ່າ​ແຮງ.

 

 

 

ຂ່າວ/ບົດ​ອື່ນ