ກອງປະຊຸມສຳມະນາທິດສະດີຄັ້ງທີ 14 ລະຫວ່າງພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ

(VOVWORLD) -“ພຶດຕິກຳຕົວຈິງ ແລະ ບົດຮຽນໃນການປ່ຽນແປງໃໝ່ຂອງຫວຽດນາມ ແລະ ການປະຕິຮູບເປີດປະຕູຂອງຈີນ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາທິດສະດີຄັ້ງທີ 14 ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ ໄດ້ດຳເນີນໃນຕອນເຊົ້າວັນທີ 06 ກໍລະກົດ, ຢູ່ນະຄອນໂຮ່ຈິມິນ.
ກອງປະຊຸມສຳມະນາທິດສະດີຄັ້ງທີ 14 ລະຫວ່າງພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ - ảnh 1(ກອງປະຊຸມສຳມະນາທິດສະດີຄັ້ງທີ 14 ລະຫວ່າງພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫວໍວັນເທືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຊີ້ແຈ້ງວ່າ.

      “ຜ່ານຫຼາຍສິບປີແຫ່ງການປ່ຽນແປງໃໝ່ຢູ່ຫວຽດນາມ ກໍຄືການປະຕິຮູບເປີດປະຕູຢູ່ຈີນ, 2 ປະເທດລ້ວນແຕ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ. ປະຈຸບັນ, 2 ປະເທດລ້ວນແຕ່ກ້າວເຂົ້າສູ່ໄລຍະພັດທະນາໃໝ່; ພ້ອມກັນນັ້ນສະພາບການສາກົນ ແລະ ພາກພື້ນກໍ່ມີການປ່ຽນແປງຢ່າງແຮງ ແລະ ວ່ອງໄວ. ເລື່ອງຮັບຮູ້ໄລຍະທາງທີ່ຜ່ານພົ້ນໄປຢ່າງເລິກເຊິ່ງ, ຖອນບົດຮຽນຢ່າງແທດຈິງໃຫ້ແກ່ໄລຍະພັດທະນາໃໝ່ນັ້ນແມ່ນມີຄວາມຈຳເປັນ ແລະ ມີຜົນປະໂຫຍດ”.

      ທີ່ບັນດາວາລະປຶກສາຫາລືຂອງກອງປະຊຸມ, ຜູ້ແທນ 2 ຝ່າຍໄດ້ລົງເລິກແລກປ່ຽນ, ແບ່ງປັນບົດຮຽນຂອງ 2 ພັກ ກ່ຽວກັບບັນດາບັນຫາໃນວິວັດແຫ່ງການປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ການປະຕິຮູບເປີດປະຕູຢູ່ຈີນ. ຜ່ານນັ້ນ, ຖອດຖອນບົດຮຽນ, ຄົ້ນຄວ້າບັນດາບົດຮຽນ, ວິທີປະຕິບັດທີ່ດີຂອງກັນ ເພື່ອນຳໃຊ້ເຂົ້າໃນສະພາບການຕົວຈິງຂອງແຕ່ລະປະເທດຢ່າງມີປະສິດທິຜົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ