ກອງປະຊຸມສຳມະນາທິດສະດີຄັ້ງທີ 8 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດ ຈີນ

ກອງປະຊຸມສຳມະນາທິດສະດີຄັ້ງທີ 8 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກກອມມູນິດ ຈີນ  - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 8 ລະຫວ່າງ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ
ພາບ:qdnd.com.vn

(vovword)- ຕອນບ່າຍວັນທີ 7/6  ຢູ່ ນະຄອນ ຮ້າລອງ ​​ແຂວງ ກວ໋າງນີງ ໄດ້​ດຳ​ເນີນ ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 8 ລະຫວ່າງ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ຢູ່ ຫວຽດນາມ ​ແລະ ຫັນປ່ຽນ​ວິທີ​ການ​ພັດທະນາ​ເສດຖະກິດ​ຢູ່ ຈີນ.” ທີ່​ກອງປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ສຳຄັນ​ຂອງ​ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ, ຫົວຫນ້າ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ ​ແລະ ທ່ານ ຫລີ​ວເວີນ​ຊານ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສູນ​ກາງ ​ເປັນ​ຫົວຫນ້າ​ຄະນະຜູ້​ແທນ​ພັກ​ກອມ​ມູນິດ​ຈີນ. ນະ​ທີ່​ນີ້, ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ​ໄດ້​ຢືນຢັນ​ວ່າ:

        “ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ​ສອງ​ພັກ​ຄັ້ງ​ນີ້ ມີ​ຈຸດປະສົງ​ເສີມ​ສ້າງ​ຄວາມ​ຮັບ​ຮູ້​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຢ່າງ​ຮີບ​ດ່ວນ ​ແລະ ບັນດາ​ການ​ກຳ​ນົດທິດ​ເນື້ອ​ໃນ​ຂອງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​​ໃຫມ່​ຕິດ​ພັນ​ກັບ​ ​ປ່ຽນ​ໃຫມ່ຮູບ​ແບບການ​ເຕີບ​ໂຕ​ຢູ່ ຫວຽດນາມ ​ແລະ ຫັນປ່ຽນ​ວິທີ​ການ​ພັດທະນາ​ເສດຖະກິດ​ຢູ່ ຈີນ, ສຸມ​ໃສ່​ໄຈ້​ແຍກ, ສະຫລຸບ​ພຶດຕິ​ກຳ​ຕົວ​ຈິງ, ຕີ​ລາຄາ​ດ້ານ​ດີ​ກໍ​ຄື​ຂໍ້​ຈຳກັດ​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ຈາກ​ນັ້ນ ຖອດ​ຖອນ​ບົດຮຽນ​ໃນ​ການ​ຊີ້​ນຳ​ນຳພາ, ການ​ກຳນົດ​ທິດ​ໃຫຍ່, ປະກອບສ່ວນ​ຍູ້​ແຮງ​ກິດຈະການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່.”

 

ຂ່າວ/ບົດ​ອື່ນ