ກອງປະຊຸມສຳມະນາທິດສະດີລະຫວ່າງ ພັກກອມມູນິດ ຫວຽດນາມ ກັບພັກປະຊາຊົນ ປະຕິວັດລາວ

ກອງປະຊຸມສຳມະນາທິດສະດີລະຫວ່າງ ພັກກອມມູນິດ ຫວຽດນາມ ກັບພັກປະຊາຊົນ ປະຕິວັດລາວ - ảnh 1
​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈຸມມາລີ ​ໄຊ​ຍະ​ສອນ ແລະ ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ
(ພາບ: Hoàng Chương/Vietnam+)

(vovworld) –  ໂດຍ​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ພັກ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ດິງ​ເທ໋ຮິງ, ຫົວໜ້າ​ຄະນະໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ, ​ເປັນ​ຫົວໜ້າ​ຄະນະໄດ້​ໄປ​ຢ້ຽມຢາມ ລາວ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 2 ລະຫວ່າງ 2 ພັກ​ດ້ວຍ​ຫົວ​ຂໍ້​ວ່າ “ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ພັກ​ໃນ​ເງື່ອນ​ໄຂ​ແມ່ນ​ພັກ​ດຽວກຳ​ອຳນາດ​ຢູ່ ຫວຽດນາມ ​ແລະ ລາວ”.

    ຕອນ​​ເຊົ້າ​ວັນ​ທີ 7/4, ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດິງ​ເທ໋ຮິງ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລະຫວ່າງ 2 ພັກ​ຄັ້ງ​ນີ້​ ​ແມ່ນ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ສຳຄັນ​ທີ່​ສຸດ, ທັງມີ​ລັກສະນະ​ພື້ນຖານ​, ຍາວ​ນານ, ທັງ​ມີ​ລັກສະນະ​ສະຖານະ​ການ, ຮີບ​ດ່ວນ​ເຊິ່ງທັງ 2 ພັກ​ລ້ວນ​ແຕ່​ເອົາ​ໃຈ​ໃສ່. ທ່ານ ດິງ​ເທ໋ຮິງ ​ໄຈ້​ແຍກ​ເລື່ອງ​ຍົກ​ສູງຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ພັກ ບໍ່​ພຽງ​ແຕ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ພັກ, ຄວາມ​ມານະ​ພະຍາຍາມ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ຂອງ​ທົ່ວ​ພັກ, ຄະນະ​ພັກ​ທຸກ​ຂັ້ນ ​ແລະ ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ​ເທົ່າ​ນັ້ນ ຫາກ​ຍັງ​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ຂອງ​ທົ່ວ​ປວງຊົນ​ອີກດ້ວຍ.

    ​ໃນ​ລະຫວ່າງ​ວັນ​ທີ 7 – 8/4, ບັນດາ​ຜູ້​ແທນ​ສືບ​ຕໍ່​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ ​ແລະ ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ຂອງ​ບັນດາ​ຄະນະຜູ້​ແທນພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ​.

    ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 6/4, ທີ່​ສຳນັກງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈຸມມາລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ນະ​ທີ່​ນີ້, ທ່ານ​ດິງ​ເທ໋ຮິງ ຢືນຢັນ​ວ່າ: ​ໃນ​ບໍ່​ວ່າ​ເງື່ອນ​ໄຂ​ໃດໆ, ຫວຽດນາມ ກໍ່ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ​ພ້ອມ​ກັບ ລາວ ຮັກສາ, ​ເພີ່ມ​ພູນຄຸນ​ສ້າງ ​ແລະ ສືບ​ທອດ​ສາຍ​ພົວພັນ​ສາມັກຄີ​​ແບບ​ພິ​ເສດ ຫວຽດນາມ - ລາວ, ​ເຊິ່ງ​ແມ່ນຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ພັກ, 2 ຊາດ ​ໃຫ້​ລຸ້ນຄົນ​ຕໍ່ໆ​ໄປ. ທ່ານ ດິງ​ເທ໋ຮີ​ງ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ການ​ນຳພາ, ຄຸມ​ຄອງ ​ແລະ ​ການ​ກໍ່ສ້າ​ງພັກ.

    ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈຸມມາລີ ​ໄຊ​ຍະ​ສອນ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອຮັກສາ, ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມສາມັກພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈຸມມາລີ ​ໄຊ​ຍະ​ສອນ ຫວັງ​ວ່າ 2 ຝ່າຍ​ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ ກ່ຽວ​ກັບ​ບັນດາ​ບັນຫາ​ໄດ້ ​ແລະ ພວມ​ວາງ​ອອກ​ໃນ​ພາ​ລະ​ກິດ​​ປ່ຽນ​ໃໝ່ ​ແລະ ກໍ່ສ້າງ​ລັດທິ​ສັງຄົ​ມນິຍົມ​ຢູ່​ແຕ່ລະ​ປະ​ເທດ.



ຂ່າວ/ບົດ​ອື່ນ