ກອງປະຊຸມສຳມະນາ“ທະເລຕາເວັນອອກ - ເສັ້ນທາງນິຕິທຳພາໄປເຖິງສັນຕິພາບແລະສະຖຽນລະພາບ”ຢູ່ສະຫະພັນລັດເຊຍ

ກອງປະຊຸມສຳມະນາ“ທະເລຕາເວັນອອກ - ເສັ້ນທາງນິຕິທຳພາໄປເຖິງສັນຕິພາບແລະສະຖຽນລະພາບ”ຢູ່ສະຫະພັນລັດເຊຍ - ảnh 1
ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ໂຕ​ະ​ມົນ ດ້ວຍ​ຫົວ​ຂໍ້​ວ່າ “ທະ​ເລ​ຕາ​ເວັນ​ອອກ -
ເສັ້ນ​ທາງ​ນິ​ຕິ​ທຳ​ພາໄປ​ເຖິງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ”.
(ພາບ:baotintuc.vn)

(vovworld) - ວັນ​ທີ 08/09, ຢູ່​ນະ​ຄອນ​ຫຼວງ​ມົດ​ສະ​ກູ, ສະ​ຫະສະ​ມາ​ຄົມ​ສາ​ກົນ​ບັນ​ດາ​ກອງ​ທຶນ​ສັນ​ຕິ​ພາບ ໄດ້​ຈັດ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ໂຕ​ະ​ມົນ ດ້ວຍ​ຫົວ​ຂໍ້​ວ່າ “ທະ​ເລ​ຕາ​ເວັນ​ອອກ - ເສັ້ນ​ທາງ​ນິ​ຕິ​ທຳ​ພາໄປ​ເຖິງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ”. ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ນັກ​ຮຽນ​ຮູ້, ນັກ​ຊ່ຽວ​ຊ​ານ​​ຄົ້ນ​ຄວ້າແຖວ​ໜ້າ​ຂອງ​ລັດ​ເຊຍ ກ່ຽວ​ກັບ​ພາກ​ພື້ນ​ອາ​ຊ​ີ - ປາ​ຊີ​ຟິກ, ຜູ້​ຕາງ​ໜ້າກະ​ຊວງ​ການ​ຕ່າງ​ປະ​ເທດ, ບັນ​ດາ​ອົງ​ການ​ສື່ມວນ​ຊົນລັດ​ເຊຍ ​ເກືອບ 30 ຄົນ. ທ່ານ Sergey Baburin, ຮອງ​ປະ​ທານ​ຜູ້​ປະ​ຈ​ຳ​ການສະ​ຫະສະ​ມາ​ຄົມ, ຜູ້​ແທນ Duma ແຫ່ງ​ຊາດ (ສະ​ພາ​ຕ່ຳ) ລັດ​ເຊຍ ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ. ມີ​ບົດ​ທາບ​ທາມ​​ຄວ​າມ​ເຫັນ 10 ບົດທີ່ໄຈ້​ແຍກ​ຫຼາຍ​ແງ່​ມູມ​ໃນ​ວິ​ວັດ​ການ​ຂັດ​ແຍ​້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈ​ຸ​ບັນ​, ທັງ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ກໍ່​ຄື​ຍົກ​ອອກ​ການ​ຕີ​ລາ​ຄາ, ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ຢູ່​ລ​າ​ໄຮ, ປະ​ເທດ​ໂຮນ​ລັງ ໃນ​ວັນ​ທີ 12/07 ຜ່ານ​ມາ, ​ໃນນັ້ນ​ແມ່ນ​ຢືນ​ຢັນ​ບັນ​ດາ​ຄຳ​ຖະ​ແຫຼງປະ​ກາດອະ​ທິ​ປະ​ໄຕຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນບໍ່​ມີ​ພະ​ຍານ​ຫຼັກ​ຖານ​ດ້ານ​ກົດ​ໝາຍ.

        ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ແດງ​ຄວາມ​ຫວັງ​ວ່າ, ບັນ​ດາ​ຝ່າຍ​ຕ້ອງ​ຊອກ​ຫາ​​ວິ​ທີ​ການແກ້​ໄຂການ​ຂັດ​ແຍ້ງ​ກັນ ຜ່ານ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ອາ​ວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ​​ຂອງສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS).

ຂ່າວ/ບົດ​ອື່ນ