ກອງປະຊຸມສຳມະນາທະເລຕາເວັນອອກປະຈຳປີຄັ້ງທີ 9 ຢູ່ CSIS

(VOVWORLD) -ວັນທີ 24 ກໍລະກົດ, ລາຍການ ອາຊີຕາເວັນອອກ ແລະ ຂໍ້ລິເລີ່ມໂປ່ງໃສການເດີນທະເລ ອາຊີ ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS) ໄດ້ຈັດຕັ້ງກອງປະຊຸມສຳມະນາທະເລຕາເວັນອອກປະຈຳປີຄັ້ງທີ 9 ຢູ່ ສຳນັກງານຂອງ CSIS ນະຄອນຫລວງ ວໍຊີງຕັນ ດີຊີ ສະຫະລັດ ອາເມລິກາ.

ກອງປະຊຸມສຳມະນາທະເລຕາເວັນອອກປະຈຳປີຄັ້ງທີ 9 ຢູ່ CSIS - ảnh 1ຜູ້ແທນເຂົ້າຮ່ວມ ກອງປະຊຸມສຳມະນາທະເລຕາເວັນອອກ ປະຈຳປີ ປີ 2019 

ພາບ:vietnam+

ກອງປະຊຸມສຳມະນາທະເລຕາເວັນອອກ ປະຈຳປີ ປີ 2019 ລວມມີ ບັນດາວາລະປຶກສາຫາລືການຜັນແປສະພາບການປະຈຸບັນຢູ່ທະເລຕາເວັນອອກ; ປະຫວັດສາດ ແລະ ຄົ້ນຄວ້າປະຫວັດສາດກ່ຽວກັບຄວາມຂັດແຍ້ງຢູ່ທະເລຕາເວັນອອກ ແລະ ວິທີເພື່ອຄຸ້ມຄອງຄວາມຂັດແຍ້ງຢູ່ທະເລຕາເວັນອອກ ແລະ ບັນດາຜົນປະໂຫຍດສາກົນທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ແຖວຫນ້າຂອງບັນດາສະຖາບັນຄົ້ນຄວ້າໃຫຍ່ຈາກ ອາເມລິກາ ແລະ ບັນດາປະເທດ ອິນໂດເນເຊຍ, ຟີລິບປີນ, ອົດສະຕາລີ, ຈີນ, ມາເລຊຍ ແລະ ຫວຽດນາມ ເປັນຈຳນວນຫລວງຫລາຍ.

ທີ່ກອງປະຊຸມສຳມະນາ, ນັກຊ່ຽວຊານ, ນັກຮຽນຮູ້ລ້ວນແຕ່ສະແດງຄວາມວິຕົກກັງວົນກ່ຽວກັບການຜັນແປຫວ່າງມໍ່ໆມານີ້ ຢູ່ ທະເລຕາເວັນອອກ ແລະ ຄວາມສ່ຽງເກີດການປະທະກັນຈາກຄວາມຂັດແຍ້ງ ພ້ອມທັງກ່າວເຕືອນບັນດາປະເທດກ່ຽວຂ້ອງຄວນມີສານຈະແຈ້ງ ແລະ ມີການປ່ຽນແປງກ່ຽວກັບນະໂຍບາຍຮັບມືຢ່າງເໝາະສົມກວ່າ ເພື່ອສະກັດກັ້ນຄວາມມັກໃຫຍ່ໄຝ່ສູງຄວບຄຸມທະເລຕາເວັນອອກ. ບັນດານັກຊ່ຽວຊານກໍ່ປຶກສາຫາລືບັນດາຄວາມມານະພະຍາຍາມດ້ານການເມືອງຖຶກຕາມກົດໝາຍ ເພື່ອຄຸ້ມຄອງຄວາມຂັດແຍ້ງ, ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ເນັ້ນຫນັກເຖິງຄວາມບໍ່ລົງລອຍກັນໃນພາກພື້ນ ຕ້ອງແມ່ນບັນດາປະເທດອາຊຽນແກ້ໄຂເອງໂດຍອີງໃສ່ ປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ແລະ ມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ