ກອງ​ປະຊຸມ​ສຳ​ມະ​ນາທາ​ບທາມ​ຄວາມ​ເຫັນ​ນະ​ໂຍບາຍ​ພິ​ເສດສະ​ເພາະ​ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ-​ສັງຄົມ

ກອງ​ປະຊຸມ​ສຳ​ມະ​ນາທາ​ບທາມ​ຄວາມ​ເຫັນ​ນະ​ໂຍບາຍ​ພິ​ເສດສະ​ເພາະ​ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ-​ສັງຄົມ - ảnh 1
ທີ່ກອງປະຊຸມສຳມະນາ
(ພາບ:TTXVN)


(vovworld) – ​ ​​ ວັນ​ທີ 10/6, ຢູ່​ນະຄອນ​ ເກີນ​ເທີ, ຄະນະ​ກຳມະການ​ຊົນ​ເຜົ່າ​ໄດ້​ສົມທົບ​ກັບ​ຄະນະ​ຊີ້​ນຳ​​ເຂດ​ຕາ​ເວັນ​ຕົກ​ທາງ​ພາກ​ໃຕ້ ຫວຽດນາມ ​ແລະ ນະຄອນ ​ເກີນ​ເທີ ຈັດ​ຕັ້ັງກອງ​ປະຊຸມ​ສຳ​ມະ​ນາທາ​ບທາມ​ຄວາມ​ເຫັນ​ນະ​ໂຍບາຍ​ພິ​ເສດສະ​ເພາະ​ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ-​ສັງຄົມ​ໃຫ້​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູດ​ອຍ​ໄລຍະ 2016-2020. ຕາມ​ທ່ານ​ເຊີນ​ເຟືອ​ກຮວານ, ລັດຖະມົນຕີ​ຊ່ວຍ​ວ່າການ, ຮອງ​ຫົວໜ້າຄະນະ​ກຳມະການ​ຊົນ​ເຜົ່າ ​ ​ແລ້ວ, ​ໃນ​ໄລຍະ​ຜ່ານມາພັກ ​ແລະ ລັດ ​ໄດ້​ລົງທຶນ​ແຫຼ່ງກຳລັງ​ພໍ​ສົມຄວນ​ໃຫ້ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຊົນ​ເຜົ່າ. ​ເມື່ອປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຖື​ວ່າ: ​ນະ​ໂຍບາຍສະ​ເພາະ​ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ-​ສັງຄົມ​ໃຫ້​ບັນດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູດ​ອຍ​ ຄວນສຸມ​ໃສ່​ເຂົ້າ​ໃນ​ການ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນ​ປ່ຽນ​ແປງ​ຈິດຕະນາ​ການ; ໜູນ​ຊ່ວຍ​ກ່ຽວ​ກັບ​ເຮືອນ​ຢູ່, ທີ່​ດິນ, ​ໄຟຟ້າ, ນ້ຳ​ຮັບ​ໃຊ້​ການ​ດຳລົງ​ຊີວິດ; ​ເພີ່ມ​ແຫຼ່ງທຶນ​ກູ້​ຢືມຈາກ​ບັນດາ​ທະນາຄານ​ນະ​ໂຍບາຍ.

ຂ່າວ/ບົດ​ອື່ນ