ກອງປະຊຸມສຳມະນານະໂຍບາຍ, ກົດໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ

ກອງປະຊຸມສຳມະນານະໂຍບາຍ, ກົດໝາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ນອນ​ໃນ​ໂຄງການ​ຕິດຕາມ​ກວດກາ​ວຽງ​ການ​ປ້ອງ​ກັນ, ຕ້ານ​ການ ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດຢູ່​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳຂອງ, ຕອນ​ເຊົ້າ​ວັນ​ທີ 21/03, ຢູ່ ​ເກີນ​ເທີ, ​ກຳມະການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາ​ນະ​ໂຍບາຍ, ກົດໝາຍ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດຢູ່​ຫວຽດນາມ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ, ການ​ສ້າງ, ປະກາດ​ໃຊ້ບັນດາ​ເອກະສານ​ນິຕິກຳ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ສ້າງ​ກອບ​ກົດໝາຍ, ຊຸກຍູ້​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປ່​ງ​ດິນ​ຟ້າ​ອາກາດ​ຢູ່​ຫວຽດນາມ ​ໃຫ້​ນັບ​ມື້​ນັບ​​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ຜ່ານ​ນັ້ນ, ​ເປັນເຈົ້າການຮັບມືກັບ​ການ​ຜັນ​ແປ່ ​ແລະ ຜົນກະ​ທົບ​ບໍ່​ດີຈາກ​ອາກາດ, ປະກອບສ່ວນ​ປ້ອງ​ກັນ, ຕ້ານ, ຫຼຸດຜ່ອນ​​ໄພ​ທຳ​ມະ​ຊາດ ​ແລະ ຜົນ​ກະທົບບໍ່​ດີ​ຂອງ​ທຳ​ມະ​ຊາດ​ທີ່​ມີ​ຕໍ່​ມະນຸດ. ທ່ານ ຝານ​ຊວນ​ຢຸງ, ກຳ​ມະ​ການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາທິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ.

        “​ໂຄງການ​ຂອງ​ຫວຽດນາມ ​ແມ່ນ​ສູ້​ຊົນ​ຮອດ​ປີ 2020, ເປັນ​ເຈົ້າ​ການຮັບ​ມື​ກັບ​ການ​ປ່ຽນ​ແປ່​ງຂອງ​ດິນ​​ຟ້າ​ອາກາດ, ປ້ອງ​ກັນ, ຫຼີກລ້ຽງ​ໄພ​ທຳ​ມະ​ຊາດ, ຫຼຸດຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ. ຄວບ​ຄຸ້ມ​​ລະດັບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຮັບປະກັນໃຫ້​ຊີວະ​ພາບມີຄວາມດຸນດ່ຽງ. ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ, ສະກັດ​ກັ້ນຜົນ​ກະທົບ​ຈາກນ້ຳ​ທະ​ເລ​ຂຶ້ນ​ສູງ, ນ້ຳ​ຖ້ວນ,ຢູ່ເຂດແຄມທະເລ”.

ຂ່າວ/ບົດ​ອື່ນ