ກອງປະຊຸມສຳມະນາ“ນະໂຍບາຍການເງິນແລະປະກັນໄພຮັບມືກັບຄວາມສ່ຽງຈາກໄພທຳມະຊາດ

ກອງປະຊຸມສຳມະນາ“ນະໂຍບາຍການເງິນແລະປະກັນໄພຮັບມືກັບຄວາມສ່ຽງຈາກໄພທຳມະຊາດ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:tapchitaichinh

(vovworld)- ຕອນ​ເຊົ້າ​ວັນ​ທີ 21/2, ຢູ່ ນອກກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC 2017 ຈັດ​ຂຶ້ນ​ຢູ່ ນະ​ຄອນ ຍາ​ຈາງ ແຂວງ ແຄງ​ຮ​ວາ, ກະ​ຊວງ​ການ​ເງິນ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​​ສຳ​ມະ​ນາ “ນະ​ໂຍ​ບາຍ​ການ​ເງິນ ແລະ ປະ​ກັນ​ໄພ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ”. “ການ​ເງິນ ແລະ ປະ​ກັນ​ໄພ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ” ໄດ້​ຮັບ​ການ​ເລືອກ​ເຟັ້ນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ບຸ​ລິ​ມະ​ສິດ​ຂອງກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC 2017. ສະ​ນັ້ນ ກອງ​ປະ​ຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຂຶ້ນ​​ແນ​ໃສ່​ສ້າງ​ເວ​ທີ​ປາ​ໄສ​ເພື່ອ​ສຸມ​ໃສ່​ປຶກ​ສ​າ​ຫາ​ລື​​​ການເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ການ​ສ້າງ​ບັນ​ດາ​ມາດ​ຕະ​ການ​ກາ​ນ​ເງິນ ແລະ ປະ​ກັນ​ໄພ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ, ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ແລະ ຫລຸດ​ຜ່ອນ​ລາຍ​ຈ່າຍ​ງົບ​ປະ​ມານ​ກໍ​ຄື​ຄວາມ​ສ່ຽງ​ສຳ​ລັບ​ຊັບ​ສິນ​ຂອງ​ລັດ. ສິ້ນ​ສຸດກອງ​ປະ​ຊຸມ​ສຳ​ມະ​ນາ ຈະ​ມີ​ບົດ​ລາຍ​ງານ​ສະ​ເຫນີ​ຕໍ່ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC  ຊື່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23-24/2.


ຕອບກັບ

ຂ່າວ/ບົດ​ອື່ນ