ກອງປະຊຸມສຳມະນາປ່ຽນໃໝ່ຫົວຄິດປະດິດສ້າງຫວຽດນາມ-ແຟງລັງໄລຍະ2016-2018

ກອງປະຊຸມສຳມະນາປ່ຽນໃໝ່ຫົວຄິດປະດິດສ້າງຫວຽດນາມ-ແຟງລັງໄລຍະ2016-2018 - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ອັບ​ເດັດ​ຍຸດ​ທະ​ສາດ​ລາຍການ​ປ່ຽນ​ໃໝ່​
ຫົວຄິດ​ປະດິດ​ສ້າງ ຫວຽດນາມ - ແຟງລັງ ​ໄລຍະ 2016 – 2018
(ພາບ: vietq.vn)

(vovworld) – ​ ​ ວັນ​ທີ 1/10 ຢູ່​ຮ່າ​ໂນ້ຍ, ຄະນະ​ຄຸ້ມ​ຄອງ​ໂຄງການ​ຄູ່​ຮ່ວມ​ມື​ປ່ຽນ​ໃໝ່​​ທີ່​ມີຫົວຄິດ​ປະດິດ​ສ້າງ ຫວຽດນາມ - ແຟງລັງ ​ໄລຍະ 2 (IPP 2), ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ອັບ​ເດັດ​ຍຸດ​ທະ​ສາດ​ລາຍການ​ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ ຫວຽດນາມ - ແຟງລັງ ​ໄລຍະ 2016 – 2018, ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ຈຸດ​ສຸມ, ກຳນົດ​ທິດ​ຍຸດ​ທະ​ສາດ​ຜັນ​ຂະ​ຫຍາ​ຍ​ໂຄງການ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິດທິ​ຜົນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ລ້ວນ​ແຕ່​ຖື​ວ່າ: ຫວຽດນາມ ​ໄດ້​ສຳ​ເລັດ​ຜົນ​ໃນ​ການ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຊຸກຍູ້​ການ​ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ​ໃນການ​ຜະລິດ, ​ເຖິງ​ຢ່າງ​ໃດ​ກໍ່​ຕາມ ຍັງ​ມີວຽກ​ງານ​ຫລາຍ​ຢ່າງ​ຕ້ອງ​​ໄດ້​ຮັບ​ການ​ໜູນ​ຊ່ວຍ ​ເພື່ອ​ປັບປຸງ​ລະບົບປ່ຽນ​ໃໝ່​​ຫົວຄິດ​ປະດິດ​ສ້າງ​ແຫ່ງ​ຊາດ ​ແລະ ຍົກ​ລະດັບ​​ຂອບ​ຂະໜາດ​ໜູນໃຊ້ການປ່ຽນ​ໃໝ່​​ຫົວຄິດ​ປະດິດ​ສ້າງ​ໃນ​ຂອບ​ເຂດ​ເອກະ​ຊົນ ກ່ວາ​ອີກ. ບັນດາ​ນັກ​ຊ່ຽວຊານ​ໄດ້​ສະ​ເໜີ​ມາດ​ຕະການ​ຫລາຍ​ຢ່າງ ​ເພື່ອ​ຊຸກຍູ້​ໂຄງການປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ ຫວຽດນາມ - ແຟງລັງ ​ ໃນ​ໄລ​ຍະ 2016 – 2018 ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ບັນດາ​ມະຫາວິທະຍາ​ໄລ​ໃນ​ລະບົບປ່ຽນ​ໃໝ່​​ຫົວຄິດ​ປະດິດ​ສ້າງ​ແຫ່ງ​ຊາດ…

ຂ່າວ/ບົດ​ອື່ນ