ກອງປະຊຸມສຳມະນາ“ຜັນຂະຫຍາຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ- ເອກະຊົນ ”

ກອງປະຊຸມສຳມະນາ“ຜັນຂະຫຍາຍການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ- ເອກະຊົນ ” - ảnh 1
ພາບປະກອບ:internet


(vovworld)- “ຜັນ​ຂະຫຍາຍ​ການ​ລົງທຶນ​ຕາມ​ຮູບ​ການ​ຄູ່​ຮ່ວມ​ມື​ພາກ​ລັດ- ​ເອກະ​ຊົນ ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/12 ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ແລະ ກຳ​ນົດທິດ​ປັບປຸງ​ຂໍ້​ຕົກລົງ​ເລກທີ71 ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ປະກາດ​ໃຊ້​ຂໍ້​ກຳນົດການ​ທົດ​ລອງ​ກ່ຽວ​ກັບ​ການ​ລົງທຶນ​ຕາມ​ຮູ​ບການ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (PPP). ຕາມ​ບັນດາ​ຜູ້​​ແທນ​ແລ້ວ, ​ເພື່ອ​ໃຫ້​ໂຄງການ​ລົງທຶນ​ຕາມ​ຮູບ​ການ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ ສຳ​ເລັດ​ຜົນ, ບັນດາ​ໂຄງການ PPP ຕ້ອງ​ໄດ້​ຮັບ​ການ​ອອກ​ແບບ​ໃຫ້​ເໝາະ​ສົມ​ກັບ​ພຶດຕິ​ກຳ, ສ້າງ​ລັກສະນະ​ໝັ້ນຄົງ​ກ່ຽວກັບ​ເສດຖະກິດ, ການ​ເງິນ ​ແລະ ສິ່ງ​ແວດ​ລ້ອມ. ທ່ານ​ເລ​ວັນ​ຕັງ, ຫົວຫນ້າ​ກົມ​ຄຸ້ມ​ຄອງ​ການ​ປະມູນ, ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ຈຸດໝາຍ​ປັບປຸງ​ຂໍ້​ຕົກລົງ​ເລກທີ 71 ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ອົງການ​ທີ່​ມີ​ສິດ​ອຳນາດ ຮັບ​ປະກັນ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ໃນ​ຄັ້ງ​ນີ້ ນັ້ນ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ລັດ. ”

 

ຂ່າວ/ບົດ​ອື່ນ