ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ຜ່ານ​ເຄືອ​ຂ່າຍ​ອິ​ນ​ເຕີ​ແນັດ​ທົ່ວ​ປະ​ເທດ 70 ປີ​ແຫ່​ງ​ບົດ​ປະ​ພັນ “​ການຂົນ​ຂວາຍ​ປະ​ຊາ​ຊົນ” ຂອງ​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) - ຕອນເຊົ້າວັນທີ 14 ຕຸລາ, ຄະນະຂົນຂວາຍປະຊາຊົນສູນກາງໄດ້ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງ ກອງປະຊຸມສຳມະນາຜ່ານເຄືອຂ່າຍອິນເຕີແນັດທົ່ວປະເທດ 70 ປີແຫ່ງບົດປະພັນ “ການຂົນຂວາຍປະຊາຊົນ”  ຂອງປະທານ ໂຮ່ຈີມິນ ແລະ ມອບລາງວັນການເສັງຂຽນ “ການຂົນຂວາຍປະຊາຊົນ” ປີ 2019.
ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ຜ່ານ​ເຄືອ​ຂ່າຍ​ອິ​ນ​ເຕີ​ແນັດ​ທົ່ວ​ປະ​ເທດ 70 ປີ​ແຫ່​ງ​ບົດ​ປະ​ພັນ “​ການຂົນ​ຂວາຍ​ປະ​ຊາ​ຊົນ”  ຂອງ​ປະ​ທານ ໂຮ່​ຈີ​ມິນ - ảnh 1ກອງປະຊຸມສຳມະນາຜ່ານເຄືອຂ່າຍອິນເຕີແນັດທົ່ວປະເທດ 70 ປີແຫ່ງບົດປະພັນ “ການຂົນຂວາຍປະຊາຊົນ”  ຂອງປະທານ ໂຮ່ຈີມິນ ຢູ່ຂົວໂທລະພາບ ຮ່າໂນ້ຍ

 ວັນທີ 15 ຕຸລາ 1949, ບົດໜັງສືພິມຂອງປະທານ ໂຮ່ຈີມິນ ທີ່ມີຫົວຂໍ້ວ່າ ການຂົວຂວາຍປະຊາຊົນ ໄດ້ລົງພິມໃນໜັງສືພີມ “ສຶເທິດ ແປ່ວ່າ ຄວາມຈິງ”, ສະບັບທີ 120 ດ້ວຍນາມປາກກາແມ່ນ X,Y,Z. 70 ປີທີ່ຜ່ານມາ, ບົດປະພັນຂອງເພີ່ນ ຍັງຄົງຮັກສາຄຸນຄ່າ ທິດສະດີ, ພຶດຕິກຳ ອັນຍິ່ງໃຫຍ່ໃຫ້ແກ່ການປະຕິວັດ ຫວຽດນາມ.

        ບັນດາການປະກອບຄຳເຫັນທີ່ກອງປະຊຸມສຳມະນາເຮັດໃຫ້ຄວາມໝາຍຂອງບົດປະພັນ ການຂົນຂວາຍປະຊາຊົນ ເລິກເຊິ່ງຂຶ້ນຕື່ມ ຢັ້ງຢືນແນວຄິດປະທານໂຮ່ຈີມິນກ່ຽວກັບບົດບາດກຳລັງແຮງຂອງປະຊາຊົນ ແລະ ແນວຄິດຖືປະຊາຊົນເປັນກົກ. ທ່ານ ຫງວຽນຊວັນທັ໊ງ, ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ໄຈ້ແຍກວ່າ:

        ແນວຄິດໃນບົດປະພັນ ການຂົນຂວາຍປະຊາຊົນຂອງ ເພີ່ນແມ່ນ ເຄົາລົບນັບຖືປະຊາຊົນ, ສະໜິດຕິດພັນກັບປະຊາຊົນ, ຍົກສູງກຳລັງຂອງປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າຂອງ ຂອງປະຊາຊົນ, ນຳຄຸນສົມບັດສິນທຳຮັບໃຊ້ປະຊາຊົນເປັນ ວິຖີຊີວິດ, ແມ່ນໜ້າທີ່ອັນສູງສົ່ງທີ່ສຸດຂອງການປະຕິວັດ. ເພີ່ນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ພັກ ແລະ ລັດຖືຜົນປະໂຫຍດອັນຊອບທຳຂອງປະຊາຊົນເປັນເປົ້າໝາຍສູງສຸດ, ທຸກໆການເຄື່ອນໄຫວລ້ວນແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ. ສະມາຊິກພັກແຕ່ລະຄົນ, ເຖິງວ່າຢູ່ໃນຕຳແໜ່ງວຽກງານໃດກໍ່ຕາມ, ແຕ່ລ້ວນແຕ່ຕ້ອງຍົກສູງຄວາມຮັບຜິດຊອບ ໃນວຽກງານຂົນຂວາຍປະຊາຊົນຢ່າງບໍ່ຢຸດຢັ້ງ, ເຕົ້າໂຮມປະຊາຊົນ, ເສີມຂະຫຍາຍກຳລັງແຮງທົ່ວປ້ວງຊົນທັງຊາດເພື່ອຮັບໃຊ້ ແລະ ນຳຜົນປະໂຫຍດມາໃຫ້ປະຊາຊົນ. ຂົນຂວາຍປະຊາຊົນທີ່ດີ  ແມ່ນເຮັດວຽກໃດກໍ່ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ