ກອງປະຊຸມສຳມະນາມູນເຊື້ອຮັກຊາດ ຂອງຊາວ ຫວຽດນາມ ອາໄສຢູ່ ໄທ

ກອງປະຊຸມສຳມະນາມູນເຊື້ອຮັກຊາດ ຂອງຊາວ ຫວຽດນາມ ອາໄສຢູ່ ໄທ - ảnh 1
ຊາວຫວຽດນາມ ອາໄສຢູ່ ຈັດພິທີລະນຶກວັນຊາດ ຫວຽດນາມ
ພາບປະກອບ:internet


(vovword)- ຕອນ​ເຊົ້າ​ວັນ​ທີ 15/6 ຢູ່ ນະຄອນ ​ໂຮ່ຈິ​ມີນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ - ​ໄທ ຢູ່ ນະ​ຄອນ​ໂຮ່ຈິ​ມີນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາມູນ​ເຊື້ອ​ຮັກ​ຊາດ ​ແລະ ຄວາມ​ສາມັກຄີ​ມິດຕະພາບ​ຂອງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ໄທ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ທົບ​ທວນຄືນ​ມູນ​ເຊື້ອ​ຮັກ​ຊາດ​ຂອງ​ຊົນ​ຊາດ ​ແລະ ບັນດາ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ໄທ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ການ​ສຳ​ມະ​ນາ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ ຫວຽດນາມ ຢູ່​ໄທ ​ແຕ່​ສັດຕະວັດ​ທີ 17 ​ແລະ ປະຈຸ​ບັນ ສ່ວນ​ຫລາຍ​ແມ່ນ​ດຳລົງ​ຊີວິດ​ຢູ່​ພາກ ອີສານ​ຂອງ​ໄທ. ຜ່ານ​ໄລຍະ​ປະຫວັດສາດ, ຊາວ ຫວຽດນາມ ອາ​ໄສ​ຢູ່​ໄທ ​ໄດ​້ດຳ​ລົງ​ຊີວິດ​ປອງ​ດອງ​ກັບ​ປະຊາຊົນ​​ໄທ, ມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ໃນ​ສັງຄົມ​ໄທ ພ້ອມ​ກັນ​ນັ້ນ​ຍັງ​ຄົງ​ຮັກສາ​ສີສັນ​ວັດທະນະທຳ ຫວຽດນາມ. ທ່ານ Truong Hoang ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ຢູ່ ນະຄອນ​ໂຮ່ຈິ​ມີນ ​ໄດ້​ເວົ້າ​ວ່າ:

        “ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ອາ​ໄສ​ຢູ່​ໄທ ​ໄດ້​ຜ່ານ​ຜ່າ​ໄລຍະ​ປະຫວັດສາດທີ່​ແຕກ​ຕ່າງ​ກັນ ​ແຕ່​ລ້ວນ​ແຕ່​ຕິດ​ພັນ​ກັບ​ປະຊາຊົນ​ພາຍ​ໃນ​ປະ​ເທດ. ພໍ່​ແມ່​ປະຊາຊົນ​ອາ​ໄສ ຢູ່ ​ໄທ ສ່ວນ​ຫລາຍ ອວ່າຍຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ສາມັກ​ຄີ​ມິດຕະພາບ​ກັບ​ປະຊາຊົນ ​ໄທ. ”

ຂ່າວ/ບົດ​ອື່ນ