ກອງປະຊຸມສຳມະນາຢູ່ອິນໂດເນເຊຍ ກ່ຽວກັບກາລະໂອກາດ ແລະ ດຳເນີນທຸລະກິດ ຢູ່ ຫວຽດນາມ

(vovworld) - ວັນ​ທີ 7/12, ສະຖານ​ທູດ ​ແລະ ທີ່​ປຶກສາ​ການ​ຄ້າ ຫວຽດນາມ ຢູ່ ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ ​ແລະ ການລົງທຶນ ຢູ່ ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນລະຫວ່າງ​ສອງ​ປະ​ເທດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີວິ​ສາ​ຫະກິດ ອິນ​ໂດ​ເນ​​ເຊຍ ​ເກືອບ 60 ​ແຫ່ງດຳ​ເນີນ​ທຸລະ​ກິດ​ໃນ​ຫລາຍ​ຂົງ​ເຂດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Juan Gondokusumo ປະທານ​ຄະນະ​ກຳມະການ​ປະສານ​ງານ​ການ​ຮ່ວມ​ມື​ເສດຖະກິດ ອິນ​ໂດ​ເນ​ເຊຍ ຫວຽດນາມ ຂຶ້ນ​ກັບ​ຫ້ອງການ​ການ​ຄ້າ ອິນ​ໂດ​ເນ​ເຊຍ ​ໄດ້​ແບ່ງປັນ​ຄວາມປະ​ທັບ​ໃຈ​ອັນ​ດີງາມ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ. ທ່ານ Juan Gondokusumo ຢືນຢັນ​ວ່າ: ບັນດາ​ວິ​ສາ​ຫະກິດ ອິນ​ໂດ​ເນ​ເຊຍ ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໂດຍ​ກົງ​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ