ກອງປະຊຸມສຳມະນາລະບົບການສຶກສາເປີດໃນສະພາບເປັນເຈົ້າການດ້ານການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ຕອນເຊົ້າວັນທີ 16 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶດດາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາລະດັບຊາດ “ລະບົບການສຶກສາເປີດໃນສະພາບເປັນເຈົ້າການດ້ານການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ”.
ກອງປະຊຸມສຳມະນາລະບົບການສຶກສາເປີດໃນສະພາບເປັນເຈົ້າການດ້ານການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກກາມ ເນັ້ນໜັກວ່າ: ລັດຖະບານໄດ້ປະກາດໃຊ້ບັນດານະໂຍບາຍເພື່ອກໍ່ສ້າງການສຶກສາເປີດຄື: ປະກາດໃຊ້ກອບລະບົບການສຶກສາລະດັບຊາດໃໝ່, ກອບຄວາມຮູ້ລະດັບຊາດ, ໃຫ້ສັດຕະຍາບັນແຜນຮ່າງກ່ຽວກັບການກໍ່ສ້າງສັງຄົມຮ່ຳຮຽນ, ເພີ່ມທະວີການສຶກສາທາງໄກ, ກໍ່ສ້າງລະບົບພູມປັນຍາ ຫວຽດນາມ ເປັນດີຈີຕອນ…ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນ ໄດ້ຮັບການສຶກສາຕາມຄວາມຕ້ອງການ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ:

        “ຕາມພຶດຕິກຳຕົວຈິງແລ້ວ, ປັດຈຸບັນບັນດາຊຸດຮຽນເອງຄື: ຮຽນພາສາ, ຄອມພິວເຕີ, ນັບທັງກ່ຽວກັບກະສິກຳ, ສົ່ງເສີມອຸດສາຫະກຳ, ສົ່ງເສີມກະສິກຳໂດຍຮຽນເອງຜ່ານທາງອິນເຕີແນັດຫລາຍທີ່ສຸດ. ບັນດາສູນສຶກສາເປີດຂອງບັນດາມະຫາວິທະຍາໄລ ເລີ່ມຕົ້ນໄດ້ຮັບຄວາມສົນໃຈ ແລະ ປັດຈຸບັນ ພວກເຮົາພວມເຊື່ອມຕໍ່ຮ່ວມສຳພັນເພື່ອກາຍເປັນສຳພັນທະມິດຂອງບັນດາມະຫາວິທະຍາໄລ, ເພື່ອເຊື່ອມຕໍ່ບັນດາສູນການສຶກສາເປີດນັ້ນ”.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຫົວເລື່ອງສະເພາະຄື: ທິດສະດີການສຶກສາເປີດ - ແນວຄິດ ໂຮ່ຈີມິນ ກ່ຽວກັບການສຶກສາເປີດ - ສັງຄົມຮ່ຳຮຽນ; ລະບົບການສຶກສາເປີດ ແລະ ຊັບພະຍາກອນການສຶກສາເປີດ.

ຕອບກັບ

ຂ່າວ/ບົດ​ອື່ນ