ກອງປະຊຸມສຳມະນາວິທະຍາສາດ “ Karl Marx ແລະ ຍຸກສະໄໝປະຈຸບັນ”

(VOVWORLD) -ວັນທີ 5 ພຶດສະພາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນກອງປະຊຸມສຳມະນາ “ Karl Marx ແລະ ຍຸກສະໄໝປະຈຸບັນ”
ກອງປະຊຸມສຳມະນາວິທະຍາສາດ “ Karl Marx ແລະ ຍຸກສະໄໝປະຈຸບັນ” - ảnh 1 ກອງປະຊຸມສຳມະນາ “ Karl Marx ແລະ ຍຸກສະໄໝປະຈຸບັນ”

ດ້ວຍບົດປະກອບຄຳເຫັນຫຼາຍກວ່າ 100 ບົດຂອງບັນດານັກວິທະຍາສາດ, ນັກການເມືອງ, ກອງປະຊຸມສຳມະນາໄດ້ສຸມໃສ່ເຮັດໃຫ້ບັນດາການປະກອບສ່ວນຂອງລັດທິ Marx ໃຫ້ແກ່ປະຫວັດສາດມວນມະນຸດ ພົ້ນເດັ່ນ ແລະ ການກະທົບຂອງລັດທິດັ່ງກ່າວນີ້ ສຳລັບຫວຽດນາມໃນໄລຍະປະຈຸບັນ. ດ້ວຍການອ້າງຫຼັກຖານລະອຽດທີ່ສຸດ, ບັນດານັກວິທະຍາສາດໄດ້ພິສູດໃຫ້ເຫັນວ່າ ລັດທິ Marx ບໍ່ໄດ້ຫຼ້າຫຼັງແລ້ວ ແລະ ຍັງກະທົບໃສ່ໄລຍະພັດທະນາປະຈຸບັນຂອງຫຼາຍປະເທດໃນໂລກຢ່າງແຮງ, ໃນນັ້ນມີຫວຽດນາມ.

        ບັນດາຜູ້ແທນຖືວ່າ, ຢູ່ຫວຽດນາມ, ປະທານໂຮ່ຈີມິນ ໄດ້ໝູນໃຊ້ ລັດທິ Marx - Lenin ປະສົບຜົນສຳເລັດ, ຈາກນັ້ນສ້າງແນວຄິດໂຮ່ຈີມິນໃຫ້ເໝາະສົມກັບເງື່ອນໄຂຂອງການປະຕິວັດຫວຽດນາມໃນປະຈຸບັນ. ພັກຄອມມູນິດຫວຽດນາມໄດ້ປ່ຽນໃໝ່ທິດສະດີເປັນປະຈໍາ ເພື່ອນຳພາລະກິດການປະຕິວັດຍາດເອົາໄຊຊະນະ ພາຍໃຕ້ຄັນທຸງຂອງລັດທິ Marx - Lenin.

        ທ່ານຮອງສາດສະດາຈານ, ປະລິນຍາເອກ ດິງງັອກແທັກ, ຜູ້ອຳນວຍການສູນທິດສະດີການເມືອງ ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ, ຖືວ່າ:

        “ ເພື່ອໃຫ້ລັດທິ Marx ສືບຕໍ່ຄົງຕົວຢູ່ຫວຽດນາມ, ພວກເຮົາຄວນຄິດເຖິງຄຳເວົ້າຂອງ ຫງວຽນອ໋າຍກວກ ໃນປີ 1924 ແມ່ນ ປັບປຸງລັດທິ Marx ດ້ວຍຊົນຊາດວິທະຍາຝ່າຍຕາເວັນອອກ. ໝາຍຄວາມວ່າແມ່ນ ດ້ວຍວິທະຍາສາດຄົ້ນຄວ້າກ່ຽວກັບມະນຸດ, ປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີຝ່າຍຕາເວັນອອກ ແລະ ພວກເຮົາຕ້ອງສະແດງໃຫ້ເຫັນ ສັດຈະວິພາກ, ແບບທົ່ວໄປ, ແບບທີ່ເປັນເອກະລັກສະເພາະ ບໍ່ຕາຍຕົວລອກແບບ”

ຕອບກັບ

ຂ່າວ/ບົດ​ອື່ນ