ກອງປະຊຸມສຳມະນາວິທະຍາສາດ “ລັດທິ ມາກເລນີນ ກັບພາລະກິດປະຕິວັດຫວຽດນາມ”

ກອງປະຊຸມສຳມະນາວິທະຍາສາດ “ລັດທິ ມາກເລນີນ ກັບພາລະກິດປະຕິວັດຫວຽດນາມ” - ảnh 1
(ພາບປະກອບ)
(vovworld) - ​​ ຕອນ​ເຊົ້າ​ວັນ​ທີ 03/05, ຢູ່​ໂຮງຮຽນ​ການ​ເມືອງ​ການປົກຄອງແຂວງ ກວາງ​ຫງາຍ ​ໄດ້​ຈັດກ​ອງປະຊຸມ​ສຳ​ມາ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້​ວ່າ “ລັດ​ທິ ມາກ​ເລ​ນີນ ກັບ​ພາລະກິດ​ປະຕິວັດ​ຫວຽດນາມ”. ກອງ​ປະຊຸມ​ສຳມ​ະນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ, ຄູ​ອາຈານສງກັດ ໂຮງຮຽນ​ການ​ເມືອງ​ການປົກຄອງແຂວງ ກວາງ​ຫງ້າຍ ຄົ້ນຄວ້າ​ບັນດາ​ຄຸນ​ຄ່າ​ຂອງ​ລັດທິ ມາກ​ເລ​ນີນ ​ໃຫ້​ເລີກ​ເຊິ່ງກວ່າ ​ແລະ ກໍ​ຄື​ການ​ນຳ​ໃຊ້​ລັດທິ​ນີ້​ເຂົ້າ​ໃນ​ສະພາບການປະຕິວັດໃນ​ຕົວ​ຈິງ​ຢູ່​ຫວຽດນາມ, ​ເພື່ອປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​​ຖັນ​ແຖວ​ພະນັກງານການ​ນຳ​ຄຸ້ມຄອງ​ພາຍ​ໃນ​ແຂວງ. ທ່ານປະລິຍາ​ໄທ ​ໂດ້ຕ໋ຽນ​ເກີນ, ຮອງ​ຫົວໜ້າ​ພະ​ແນ​ກກໍ່ສ້າງ​ພັກ, ໂຮງຮຽນ​ການ​ເມືອງການປົກຄອງ​ແຂວງ ກວາງ​ຫງ້າຍ ຖື​ວ່າ.

        “ຕາມ​ຈິດ​ໃຈ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 4, ​ໃນ 4 ກຸ່ມມາ​ດຕະການ​ແກ​້​ໄຂ​ຕົ້ນ​ຕໍ່ນັ້ນ ກຸ່ມ​ທີ 1 ​ແມ່ນ​ກຸ່ມມາດ​ຕະການ​ແກ້​ໄຂການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນ. ປະຈຸ​ບັນ, ພວກ​ເຮົາ​ພວມ​ໝູນໃຊ້​ຢ່າງ​ຖືກຕ້ອງ​ເຂົ້າໃນບັນດາ​ຫຼັກການ​ກໍ່ສ້າງ, ປັບປຸງ​ພັກ ຂອງ​ທິດ​ສະ​ດີ ມາກ​ເລ​ນີນ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກການເມືອງກຳມະຊີບ”.

ຂ່າວ/ບົດ​ອື່ນ