ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈີ​ມິນ ກັບ​ເມືອ​ປະ​ເທດ ​ຊີ້ນຳ​ການ​ປະ​ຕິ​ວັດ​ຫ​ວຽດ​ນາມ ໂດຍ​ກົງ

(VOVWORLD) -ຕອນເຊົ້າວັນທີ 25 ມັງກອນ, ຢູ່ເຂດປູ່ສະນີຍະຊະຖານແຫ່ງຊາດພິເສດ ປາກບໍ, ແຂວງກາວບັງ, ຄະນະຄຸ້ມຄອງເຂດປູ່ຊະນີຍະສະຖານປະທານໂຮ່ຈີມິນ ຢູ່ຮ່າໂນ້ຍ ສົມທົບກັບຄະນະຄຸ້ມຄອງບັນດາເຂດປູ່ສະນີຍະສະຖານແຫ່ງຊາດພິເສດແຂວງກາວບັງ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ສະເຫຼີມສະຫຼອງ 80 ປີແຫ່ງວັນປະທານໂຮ່ຈີມິນ ກັບເມືອປະເທດຊີ້ນຳການປະຕິວັດຫວຽດນາມ ໂດຍກົງ (28/1/1941-28/1/2021).
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈີ​ມິນ ກັບ​ເມືອ​ປະ​ເທດ ​ຊີ້ນຳ​ການ​ປະ​ຕິ​ວັດ​ຫ​ວຽດ​ນາມ ໂດຍ​ກົງ - ảnh 1

      ກອງປະຊຸມສຳມະນາໄດ້ຮັບບົດປະກອບຄວາມເຫັນ 53 ບົດຂອງບັນດານັກຄົ້ນຄວ້າ, ຊື່ງໄດ້ວິເຄາະຄວາມໝາຍເລິກເຊິ່ງຂອງເຫດການປະທານໂຮ່ຈີມິນ ກັບເມືອປະເທດກ່ອນນີ້ 80 ປີ ແລະ ຢືນຢັນບັນດາການປະກອບສ່ວນຂອງປະທານໂຮ່ຈີມິນ ທີ່ມີຕໍ່ການປະຕິວັດຫວຽດນາມ. ບົດປະກອບຄວາມເຫັນຂອງບັນດານັກຄົ້ນຄ້ວາ ຍັງສືບຕໍ່ຢືນຢັນຄວາມໝາຍ, ຄຸນຄ່າທິດສະດີ ແລະ ພຶດຕິກຳຕົວຈິງຂອງແນວຄິດໂຮ່ຈີມິນ ໃນພາລະກິດການຕໍ່ສູ້ຍາດເອົາເອກະລາດກໍ່ຄືການສ້າງສາ, ປັກປັກຮັກສາປະເທດຊາດໃນພາຍຫຼັງ. ກອງປະຊຸມສຳມະນາ ໄດ້ຍົກອອກອາລົມຈິດ ຄວາມຮັກແພງ, ເຄົາລົບນັບຖືຂອງປະຊາຊົນແຂວງກາວບັງ ເວົ້າສະເພາະ, ປະຊາຊົນຫວຽດນາມ ເວົ້າລວມທີ່ມີຕໍ່ປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ