ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ໂຕ໊ຫຶວ ກັບ​ການ​ປະ​ຕິວັດຫ​ວຽດນານ ແລະ ບ້ານ​ເກີດ​ເມືອງນອນ ເທື່ອ​ທຽນ - ເຫ້ວ

(VOVWORLD) - ຕອນບ່າຍວັນທີ 2 ຕຸລາ, ຢູ່ນະຄອນເຫ້ວ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ  ຄະນະພັກແຂວງເທື່ອທຽນ - ເຫ້ວຈັດ ກອງປະຊຸມສຳມະນາວິທະຍາສາດ “ສະຫາຍ ໂຕ໊ຫຶວກັບການປະຕິວັດຫວຽດນານ ແລະ ບ້ານເກີດເມືອງນອນ ເທື່ອທຽນ - ເຫ້ວ”.
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ໂຕ໊ຫຶວ ກັບ​ການ​ປະ​ຕິວັດຫ​ວຽດນານ ແລະ ບ້ານ​ເກີດ​ເມືອງນອນ ເທື່ອ​ທຽນ - ເຫ້ວ - ảnh 1ທ່ານ ຫງວຽນຊວັນທັ໊ງ, ເລຂາສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງກ່າວຄຳເຫັນທີ່ກອງປະຊຸມສຳມະນາ

ທີ່ກອງປະຊຸມສຳມະນາ, ນັກຄົ້ນຄ້ວາຫຼາຍທ່ານຖືວ່າ ແຕ່ດົນມາແລ້ວ ທ່ານ ໂຕ໊ຫຶວ ໄດ້ເຜີຍໃຫ້ເຫັນນ້ຳໃຈຮັກຊາດ, ຄວາມມຸ່ງໝາຍ, ທິດທາງປະຕິວັດ, ກຽມພ້ອມເສຍສະຫຼະ ແລະ ອຸທິດຕົນ. ໃນຖານະເປັນນັກກະວີປະຕິວັດ, ທ່ານໄດ້ປະດິດແຕ່ງບົດກະວີທີ່ມີຊື່ສຽງຫຼາຍບົດໃຫ້ຄົນລຸ້ນຫຼັງ ມາເປັນເວລາກ່ວາເຄິ່ງສະຕະວັດ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຊວັນທັ໊ງ, ເລຂາສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງໄດ້ເນັ້ນໜັກວ່າ:

        ສະຫາຍໂຕ໊ຮຶວ ເຊິ່ງເປັນລູກຮັກຫຼານແພງຂອງບ້ານເກີດເມືອງນອນເທື່ອທຽນ - ເຫ້ວ, ສະຖານທີ່ວັດທະນະທຳທີ່ເຕັມໄປດ້ວຍສີສັນ ແລະ ມູນເຊື້ອຮັກຊາດຂອງດິນແດນເຫ້ວໄດ້ມີການປະກອບສ່ວນສຳຄັນທີ່ສຸດເຂົ້າການລ້ຽງດູ ແລະ ເພີ່ມພູນຄູນສ້າງ ຈິດໃຈ, ອຸດົມການປະຕິວັດ, ແຫຼ່ງບັນດານໃຈໃນການປະດິດແຕ່ງບົດກະວີຂອງທ່ານໂຕ໊ຫຶວ. ເຫ້ວກໍ່ແມ່ນບ່ອນສ້າງຂີດໝາຍແຫ່ງບາດກ້າວເດີນທຳອິດຂອງສະຫາຍໂຕ໊ຫຶວ ກ່ຽວກັບອຸດົມການປະຕິວັດ ແລະ ໄດ້ຝຶກຝົນຫຼໍ່ຫຼອມເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຊາວໜຸ່ມຢູ່ໃນຄຸກຈັກກະພັດ…

ຕອບກັບ

ຂ່າວ/ບົດ​ອື່ນ