ກອງປະຊຸມສຳມະນາວິທະຍາສາດ70ປີວັນມູນເຊື້ອກອງເສນາທິການໃຫຍ່ກອງທັບປຊຊຫວຽດນາມ

ກອງປະຊຸມສຳມະນາວິທະຍາສາດ70ປີວັນມູນເຊື້ອກອງເສນາທິການໃຫຍ່ກອງທັບປຊຊຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວຄຳເຫັນທີ່ກອງປະຊຸມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 6/8, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດດ້ວຍ​ຫົວ​ຂໍ້​ວ່າ “ກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປຊຊຫວຽດນາມ, ມູນ​ເຊື້ອວິລະ​ຊົນ, ​ໄຊຊະນະ​ອັນ​ສະຫງ່າ​ລາສີ“, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70​ ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນຫວຽດນາມ (7/9/1945-7/9/2015). ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ກອງ​ເສນາ​ທິການ​ໃຫຍ່​ໃນ​ຕະຫຼອດ 70 ປີຜ່ານມາ, ພິ​ເສດ​ແມ່ນ​ເລື່ອງ​ເປັນ​ເສນາ​ທິການ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈັດ​ຕັ້ງ, ກໍ່ສ້າງ​ກອງທັບ​ໃຫ້​ມີ​ລະດັບ​ກຽມພ້ອມ​ຕໍ່ສູ້​ສູງ, ສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

“ກອງ​ເສນາ​ທິການ​ໃຫຍ່​ຄວນ​ຮັບ​ຮູ້​ແຈ້ງ​ບົດບາດ​ເປັນ​ເສນາ​ທິການ​ຍຸດ​ທະ​ສາດ​ໃຫ້​ພັກ, ລັດ ​ແລະ ກອງທັບ​ກ່ຽວ​ກັບ​ດ້ານ​ການ​ທະຫານ, ການ​ປ້ອງ​ກັນຊາ​ດ. ນີ້​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໃຫຍ່​ຫຼວງ, ສະຫງ່າ​ລາສີ ​ແລະ ກໍ່​ໜັກໜ່ວງ​ທີ່​ສຸດ, ທັງ​ແມ່ນ​ຂົງ​ເຂດ​ພິ​ເສດ, ມີ​ລັກສະນະ​ປິດ​ລັບ​ສູງ, ຮຽກຮ້ອງ​ຕ້ອງ​ມີ​ການ​ແກ້​ໄຂບັນດາ​ບັນຫາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ເປົ້າ​ໝາຍ, ​ເນື້ອ​ໃນ, ລັກສະນະ, ໜ້າ​ທີ່​ກ່ຽວຂ້ອງ​ເຖິງ​ກອງທັບ ​ແລະ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ຄົບ​ຊຸດ, ວ່ອງ​ໄວ, ທັນ​ການ, ຊັ​ດ​ເຈນ“.

ຂ່າວ/ບົດ​ອື່ນ