ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ “ບົດ​ບັນ​ທຶກ​ໃນ​ຄຸກ”

(VOVWORLD) - ກອງປະຊຸມວິທະຍາສາດ ແມ່ນໂອກາດເພື່ອຊອກຮູ້ຢ່າງເລິກເຊິ່ງກ່ຽວກັບແນວຄິດ, ຄວາມງາມດ້ານຈິດໃຈ, ບຸກຄະລິກອັນສູງສົ່ງຂອງປະທານ ໂຮ່ຈີມິນ.
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ “ບົດ​ບັນ​ທຶກ​ໃນ​ຄຸກ” - ảnh 1

 (ພາບ: qdnd.vn)

   ຕອນບ່າຍວັນທີ 18 ສິງຫາ, ຢູ່ ຮ່າໂນ້ຍ,  ສະພາທິດສະດີ ວິຈານວັນນະຄະດີ ສິລະປະສູນກາງ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “80 ປີແຫ່ງບົດບັນທຶກໃນຄຸກ-ບັນດາຄຸນຄ່າຍືນຍົງ ແຜ່ຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງ”.

  ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຮຽນຮູ້ ໄດ້ປຶກສາຫາລື, ແລກປ່ຽນບາງບັນຫາຄື: ການແປບົດປະພັນເປັນພາສາຕ່າງປະເທດ ພ້ອມດ້ວຍວິວັດການແຜ່ຂະຫຍາຍຂອງ “ບົດບັນທຶກໃນຄຸກ” ໃນວົງການນັກຄົ້ນຄ້ວາ ກໍ່ຄືຜູ້ອ່ານພາຍໃນ ແລະ ຕ່າງປະເທດ; ບັນດາຄຸນຄ່າດ້ານແນວຄິດ, ພູມປັນຍາ, ມານະຈິດຂອງປະທານ ໂຮ່ຈີມິນ, ການສຶກສາແນວຄິດ, ການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃຫ້ແກ່ມະນຸດ…

  ກ່າວຄຳເຫັນສະຫລຸບກອງປະຊຸມສຳມະນາ, ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງຢືນຢັນວ່າ, ກອງປະຊຸມວິທະຍາສາດ ແມ່ນໂອກາດເພື່ອຊອກຮູ້ຢ່າງເລິກເຊິ່ງກ່ຽວກັບແນວຄິດ, ຄວາມງາມດ້ານຈິດໃຈ, ບຸກຄະລິກອັນສູງສົ່ງຂອງປະທານ ໂຮ່ຈີມິນ, ຈາກນັ້ນ ຈະປະຕິບັດການສະຫລຸບຂອງກົມການເມືອງ ກ່ຽວກັບການສືບຕໍ່ປະຕິບັດ ຄຳສັ່ງກ່ຽວກັບການຍູ້ແຮງການຮ່ຳຮຽນ, ປະຕິບັດຕາມຕາມແນວຄິດ ຄຸນສົມບັດ, ບຸກຄະລິກປະທານ ໂຮ່ຈີມິນ ໃນໄລຍະຈະມາເຖິງ ເປັນຢ່າງດີກ່ວາ, ມີປະສິດທິຜົນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ