ກອງປະຊຸມສຳມະນາວິທະຍາສາດກ່ຽວກັບວຽກງານກໍ່ສ້າງພັກ ແລະ ຊີ້ນຳການຕໍ່ສູ້

ກອງປະຊຸມສຳມະນາວິທະຍາສາດກ່ຽວກັບວຽກງານກໍ່ສ້າງພັກ ແລະ ຊີ້ນຳການຕໍ່ສູ້ - ảnh 1
ພາບປະກອບ: ຄູກ Hoa Lo


(vovworld) - ຕອນ​ເຊົ້າ​ວັນ​ທີ 29/10, ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມິນ ສົມທົບ​ກັບ​ຄະນະ​ພົວພັນ​ຕິດ​ຕໍ່​ສະ​ເລີຍ​ເສິກ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ ​ສຳ​ມະ​ນາວິທະຍາສາດ “ວຽກງານ​ກໍ່ສ້າງ​ພັກ ​ແລະ ການ​ຊີ້​ນຳ​ຕໍ່ສູ້​ໃນ​ບັນດາ​ຄູກ​       ຄຸມ​ຂັງສະ​ເລິີຍ​ເສິກຂອງ​ສັດຕູ​ໄລຍະ 1954 -1975”. ກອງ​ປະຊຸມ​ໄດ້​ຮັບ​ບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ 120 ບົດ​ຂອງ​ບັນດາ​ນັກວິທະຍາສາດ, ພະຍານ​ປະຫວັດສາດ ຊຶ່ງ​ແມ່ນ​ຜູ້​ທີ່​ໄດ້​ປະກອບສ່ວນ​ສຳ​ຄັນ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ຊີ້​ນຳ​ການ​ຕໍ່ສູ້​ໃນ​ບັນດາ​ຄູກ​ສະ​ເລີ​ຍ​ເສິກ​ຂອງ​ສັດຕູ​ຢູ່​ພາກ​ໃຕ້ ຫວຽດນາມ. ທ່ານ Nguyen Manh Ha ຫົວຫນ້າ​ສະ​ຖາ​ບັນ​ປະຫວັດສາດ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ປະຈຸ​ບັນ ມີ​ພະນັກງານ ນັກຮົບ​ຫວຽດນາມ ນັບ​ໝື່ນໆ​ຄົນ​ຖືກ​ສັດຕູ​ຈັບຕົງ, ທໍລະມານ ​ແຕ່​ເຂົາ​ເຈົ້າ​ໄດ້​ຜ່ານ​ຜ່າ​ການ​ທໍລະມານ​. ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຜ່ານ​ກອງປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ຈະ​ເຮັດ​ແຈ້ງ​ການ​ເຄື່ອນ​ໄຫວ​ສຳຄັນ​ໃນ​ປະຫວັດສາດ. ​ໃນ​ໄລຍະ​ປະຈຸ​ບັນ ພວກ​ເຮົາ​ຕ້ອງ​ເປີດ​ການ​ດຳ​ເນີນ​ຊີວິດ​ຄື​ແນວ​ນີ້ ​ເພື່ອ​ເຫັນ​ໄດ້​ວ່າ ຍາມ​ໃດສະມາຊິກ​ພັກ ກໍ​ຮັກສາ​ຄຸນ​ນະ​ທາດ​ຂອງຜູ້​ເປັນ​ສະມາຊິກ​ພັກ.”

ຂ່າວ/ບົດ​ອື່ນ