ກອງປະຊຸມສຳມະນາວິທະຍາສາດກ່ຽວກັບໄຊຊະນະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ

ກອງປະຊຸມສຳມະນາວິທະຍາສາດກ່ຽວກັບໄຊຊະນະຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ - ảnh 1

ຍົນ Mig 21 ໂດຍນັກວິລະຊົນ ຟ້າມຕວນບັນຊາ ໄດ້ຍິງຕົກເຮືອບິນ B52 ຂອງອາເມລິກາໃນປີ 1972.
(ພາບເອກະສານ)

(vovworld) - ໄຊຊະນະ​ ”ຮ່າ​ໂນ້ຍ - ດ້ຽນບຽນ​ຝູທາງ​ອາກາດ: ​ປັນຍາ ​ແລະ ຄຸນ​ນະ​ທາດ​ຫວຽດນາມ” ​ແມ່ນກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດລະດັບ​ລັດ, ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ຄະນະ​ພັກ​ນະຄອນ​ຈັດ​ຈັ້ງຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/11, ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​ໂທ ຫງວຽນ​ແທ໋ງກຸງ ​(Nguyen Thanh Cung) ເນັ້ນ​ໜັກ​ວ່າ:

        ”ພ້ອມ​ກັບ​ການ​ເວລາ, ໄຊຊະນະ​ ”ຮ່າ​ໂນ້ຍ - ດ້ຽນບຽນ​ຝູ ທາງ​ອາກາດ ​ໄດ້​ກາຍ​ເປັນ​ເຫດການ​ປະຫວັດສາດ​ສຳຄັນ​ຍິ່ງ, ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ, ປັນຍາ, ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ພັກ ​ແລະ ປະທານ ​ໂຮ່ຈີ​ມິນ. ຜົນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ປະຫວັດສາດ​ຢ່າງ​ເລິກ​ເຊິ່ງ, ປະກອບສ່ວນ​ສຶກສາ​ໃຫ້​ພະນັກງານ, ນັກຮົບ​ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ​ເຈດ​ຈຳນົງ​ເອກະລາດ, ​ມູນ​ເຊື້ອ​ສາມັກຄີ​ທົ່ວ​ປວງ​ຊົນ​ໃນ​ກິດຈະການ​ປ່ຽນ​ໃໝ່, ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​​ສັງຄົມ​ນິຍົມຫວຽດນາມ ​ໃນ​ສະພາບ​ການ​ໃໝ່”.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ກໍ່​ໄດ້​ຢືນຢັນ​ເຖິງ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ພັກ ​ແລະ ປະທານ ​ໂຮ່ຈີ​ມິນ, ກໍ່​ຄື​ການ​ຊີ້​ນຳ​ຢ່າງ​ຖືກຕ້ອງ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ສູນ​ກາງ​ພັກ, ອົງຄະນະພັກ​ການ​ທະຫານ​ສູນ​ກາງ ​ແລະ ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ ທາງ​ອາກາດ. ພັນ​ເອກ ​ເຈິ່ນງອກ​ລອງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ປະຫວັດສາດ​ການ​ທະຫານ, ​ໄຈ້​ແຍກ​ວ່າ:

        ”ກ່ຽວ​ກັບພາຫະນະ ອຸປະກອນ, ກອງທັບ​ອາກາດ​ອາ​ເມ​ລິ​ກາ​ໄດ້​​ປະກອບອາວຸດ​ທີ່​ທັນ​ສະ​ໄໝ​ກວ່າ​ພວກ​ເຮົາ​ຫຼາຍ, ​ແຕ່​ພວກ​ເຮົາ​ຍັງ​ຄົງ​ໄດ້​ຮັບ​ໄຊຊະນະ ດ້ວຍ​ເຈດ​ຈຳນົງ, ຄຸນ​ນະ​ທາດ ​ແລະ ປັນຍາ. ຕໍ່ໜ້າ​ກຳລັງ​ແຮງ​​ອັນ​ໃຫຍ່​ຫຼວງຂອງ​ກອງທັບ​ອາກາດ​ອາ​ເມ​ລິ​ກາ, ພວກ​ເຮົາ​ໄດ້​ສ້າງ​ວີ​ທີ​ການ​ປ້ອງ​ກັນ ​ແລະ ຕີ​ໂຕ້​ຕອບ​ຢ່າງ​ມີ​ປະສິດທິ​ຜົນ, ນັ້ນ​ແມ່ນ​ຫົວຄິດ​ປະດິດ​ສ້າງ​ອັນ​ໃຫຍ່​ຫຼວງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ”

ຂ່າວ/ບົດ​ອື່ນ