ກອງປະຊຸມສຳມະນາວິທະຍາສາດປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ 1992 ສະບັບປັບປຸງ

ກອງປະຊຸມສຳມະນາວິທະຍາສາດປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ 1992 ສະບັບປັບປຸງ - ảnh 1
ສາດສະດາຈານ, ດຣ ຫງວຽນມິນທຽດ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992
(ພາບ: sggp.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/2 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ປະກອບ​ຄຳ​ເຫັນ​ສ້າງ​​ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ​ໃຫ້​ສົມ​ບຸນ​ແບບ”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້ຊ່ຽວຊານ, ນັກວິທະຍາສາດ​ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ສະມາຄົມ​ທະນາ​ຍຄວາມ ຫວຽດນາມ, ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ, ສະ​ຖາ​ບັນ​ຄົ້ນ​ຄ້ວາ.

        ທ່ານ​ສາດສະດາຈານ, ດຣ ​ເຈີ່ນ​ງອກ​ເດືອງ, ຜູ້​ຊ່ຽວຊານ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ ຕີ​ລາຄາ​ວ່າ:

“ສິດທິ​ມະນຸດ,ສິດ ​ແລະ ພັນ​ທະ​ພື້ນຖານ​ຂອງ​ພົນລະ​ເມືອງ​ໄດ້​ສະ​ແດງ​ໃນ​ຮ່າງ​ລັດຖະທຳ​ມະນູນ ມີ​ບາດ​ກ້າວ​ພັດທະນາ​ໃໝ່ ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ກໍ່​ຄື​ວິທີ​ການສະ​ແດງ. ຈຸດ​ໃໝ່​ທີ່​ໜຶ່ງ ​ແມ່ນ ພວກ​ເຮົາ​ໄດ້​ນຳ​ເອົາ​ໝວດ​ທີ 2 ຂຶ້ນ​ທາງ​ໜ້າ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ປ່ຽນ​ຊັບຊ້ອນ ຫາກ​ຍັງ​ແມ່ນ​ຄວາມ​ຮັບ​ຮູ້​ໃໝ່ ກຳນົດ​ວ່າ​ປະຊາຊົນ​ແມ່ນ ​ຜູ້​ຮັບຜິດຊອບ​ສິດ​ສ້າງ​ກົດໝາຍ. ​ເນື້ອ​ໃນ​ກ່ຽວ​ກັບ​ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ​ໄດ​້ກຳນົດ​ຢ່າງ​ເໝາະ​ສົມ​ກ່ວາ ກັບ​ບັນ​ດາ​ສົນທິສັນຍາ​ສາກົນ ​ເຊິ່ງ ຫວຽດນາມ ​ແມ່ນ​ສະມາຊິກ. ​ມີບາງ​ສິດ​ໃໝ່​ໄດ້​ຮັບ​ການ​ເພີ່ມ​ເຕີມ ​ແລະ ສະ​ແດງ​ບາດກ້າວ​ໃໝ່​ໃນ​ການ​ເປີດ​ກ້ວາງ​ສິດ, ອັນ​ໄດ້ສ່ອງ​ແສງໝາກຜົນ​ຂອງ​ວິວັດ​ການ​ປ່ຽນ​ໃໝ່​ທີ່​ຜ່ານ​ມາ. ”

        ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບາງ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ກໍ່​ໄດ້​ຊີ້​ແຈ້ງ​ບັນດາ​ຂໍ້​ຈຳກັດຂອງ​ຮ່າງ​ລັດຖະທຳ​ມະນູນ​ຄວນ​ສືບ​ຕໍ່​ປັບປຸງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ທ່າ​ອ່ຽງຂອງ​ຍຸກ​ສະ​ໄໝ. ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ສະ​ເໜີ​ວ່າ: ຮ່າງ​ລັດຖະທຳ​ມະນູນ ຕ້ອງ​ໄດ້​ກຳນົດ​ບົດບາດ​ນຳພາ​ຂອງ ພັກ ມີ​ລັກສະນະ​​ເປັນຄຳ​ໝັ້ນ​ສັນຍາ​ດ້ານ​ນິຕິ​ກຳ​ຢ່າງ​ລະອຽດ ​ເພື່ອ​ໃຫ້​ພັກ​ກອມ​ມູນິດ ຫວຽດນາມ ​ສົມ​ກັບ​ບົດບາດ​ ກ່ຽວ​ກັບ​ການ​ນຳພາ​ທີ່​ມີ​ຕໍ່​ລັດ ​ແລະ ສັງຄົມ​ຊຶ່ງ​ລັດຖະທຳ​ມະນູນ​ໄດ້​ກຳນົດຢ່າງ​ແທ​ດຈິງ.

 

ຂ່າວ/ບົດ​ອື່ນ