ກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮີ່ງທຸກຄ໋າງ ກັບການປະຕິວັດຫວຽດນາມ ແລະ ບ້ານເກີດເມືອງນອນກວາງນາມ”

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ຮີ່ງທຸກຄ໋າງ ກັບການປະຕິວັດຫວຽດນາມ ແລະ ບ້ານເກີດເມືອງນອນກວາງນາມ” - ảnh 1
ກອງປະຊຸມສຳມະນາ
(​ພາບ: dangcongsan.vn)

(vovworld) - ຕອນ​ເຊົ້າ​ວັ​ນ​ທີ 23/09, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ແລະ ຄະ​ນະ​​ພັກ​ແຂວງກວາງ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດລະ​ດັບ​ຊາດ “ຮີ່ງ​ທຸກ​ຄ໋າງ ກັບ​ການ​ປະ​ຕິ​ວັດ​ຫວຽດ​ນາມ ແລະ ບ້ານ​ເກີດ​ເມືອງນອນກວາງ​ນາມ”. ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 140 ປີ​ແຫ່ງວັນ​​ເກີດ​ຜູ້​ວ່າ​ການ​ປະ​ທານ​ປະ​ເທດ ຮີ່ງ​ທຸກ​ຄ໋າງ (01/10/1876 – 01/10/2016).

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຄົ້ນ​ຄວ້າ, ນັກ​ວິ​ທະ​ຍາ​ສາດ​ໄດ້​ລົງ​ເລິກ​ໄຈ​ແຍກ, ກຳ​ນົດ​ບັນ​ດາ​ປັດ​ໃຈຄື: ບ້ານ​ເກີດ​ເມືອງ​ນອນ,​ ຄອບ​ຄົວ, ວົງ​ຕະ​ກຸນ, ຊົນ​ຊາດ, ສ​ະ​ໄໝ ແລະ ບັນ​ດາ​ຄຸນ​ສົມ​ບັດສ່ວນ​ຕົວ​ອື່ນໆ​ທີ່​ກະ​ທົບ​​ຢ່າງ​ເລິກ​ເຊິ່ງ​ເຖິງ​ການ​ສ້າງ​ເປັນບຸກ​ຄະ​ລິກ​ກະ​ພາບ, ມະ​ນຸດ, ເສັ້ນ​ທາງ, ​ເຈດ​ຈຳ​ນົງ, ທິດ​ທາງ​ກູ້​ຊາດ, ຊີ​ວ​ິດຂອງ​ທ່ານ ຮີ່ງ​ທຸກ​ຄ໋າງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ວໍ​ວັນ​ເ​ຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຢືນ​ຢັນ​ວ່າ.

        “ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາອາ​ໄລ​ຫາ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ອັນ​ໃຫຍ່​​ຫຼວງຂອງ​ຜູ້​ຮັກ​​ຊາດ​ ຮີ່ງ​ທຸກ​ຄ໋າງ. ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາຮ່ຳ​ຮຽນຕາມ​ແບບ​ຢ່າງ​ການ​ນຳ, ຜູ້​ຮັກ​ຊາດ​ທີ່​ມີ​ຄວາມເກັ່ງ​ກ້າ​ສາ​ມາດ, ​ມີຄຸນ​ສ​ົມ​ບັດ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ. ​​ຈາກນັ້ນ​, ຈະມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິ​ດ​ຊອບ​ຂອງ​ຕົນ, ແຕ່​ລະ​ຄົນ ເຖິງວ່າ​ດຳ​ລົງ​ຕຳ​ແໜ່ງ​ໃດ​ກໍ່​ຕາມ ກໍ່​ລ້ວນ​ແຕ່ສາ​ມາດ​ສ້າງ​ກຸ່ມກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັ​ງ​ຊາດ​ໄດ້.”

ຂ່າວ/ບົດ​ອື່ນ