ກອງປະຊຸມສຳມະນາວິທະຍາສາດສະພາບຕົວຈິງ ກ່ຽວກັບຫວຽດນາມ ຢູ່ສະຫະພັນລັດເຊຍ

ກອງປະຊຸມສຳມະນາວິທະຍາສາດສະພາບຕົວຈິງ ກ່ຽວກັບຫວຽດນາມ ຢູ່ສະຫະພັນລັດເຊຍ - ảnh 1
(​ກອງ​ປະຊຸມ​ສຳ​ມະ​ນາສະພາບຕົວ​ຈິງຄັ້ງ​ທີ 5)

(vovworld) –   ​ໃນ​ລະຫວ່າງ​ວັນ​ທີ 19 – 20/05, ຢູ່​ນະຄອນຫຼວງ ມົດສກູ, ສະຫະພັນ​ລັດ​ເຊຍ, ສະຖານ​ບັນ​ຕາ​ເວັນ​ອອກ​ໄກ ສັງ​ກັດ​ສະພາ​ມະຫາ​ບັນດິດ​ວິທະຍາສາດ​ສະ​ຫະພັນ​ລັດ​ເຊຍ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາສະພາບຕົວ​ຈິງຄັ້ງ​ທີ 5 ດ້ວຍ​ຫົວ​ຂໍ້ “ບັນດາ​ເຫດການ​​ສຳຄັນ​ຍິ່ງສະ​ເຫຼີ​ມສະຫຼອງ​​ໃນ​​ໄລຍະ 2014 – 2015 ​ໃນ​ປະຫວັດ​ສາດຫວຽດນາມ”. ກອງ​ປະຊຸມ​ສຳ​ມະ​ນາ​​ໄດ້​ສະ​ຫງວນ​​ເວລາເພື່ອ​ຮັບ​ຟັງ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກ່ຽວ​ກັບອະທິປະ​ໄຕ​ເຂດ​ນ້ຳ​ແດນ​ດິນ ​ແລະ ການ​ປະ​ທະ​ກັນ​ສາກົນ. ບົດ​ດາບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ເຕື້ອງ​ເຖິງ​ບັນດາ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ​ຮູ້​ລັດ​ເຊຍ ​ແລະ ຫວຽດນາມ. ​ໃນ​ການ​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ​ເປ​ັນ​ເວລາ 2 ວັນ, ບັນດາ​ຜູ້​ແທນ​ຈະ​ຮັບ​ຟັງ ​ແລະ ປຶກສາ​ຫາລື​ 29 ບົດ​ລາຍ​ງານ​ທີ່​ເຕື້ອງ​ເຖິງບັນດາ​ບັນຫາ​ການ​ເມືອງ, ສັງຄົມ, ປະຫວັດສາດ, ການ​ພົວພັນ… ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ