ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການປົກປັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳເຂດທະເລໝູ່ເກາະ

ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບການປົກປັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳເຂດທະເລໝູ່ເກາະ - ảnh 1
ພາບ​ປະ​ກອບ:disanxanh.vn


(vovworld)- ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ວັດທະນະທຳ​ເຂດ​ທະ​ເລ​ໝູ່​ເກາະ ​ໄດ້ດຳ​ເນີນ​​ໃນ​ວັນ​ທີ 5/1 ຢູ່​ນະຄອນ​ ຍາ​ຈາງ, ​ແຂວງ​ແຄ໋ງຮ່ວາ. ມີ​ບົດ​ປະກອບ​ຄຳ​ເຫັນ 60 ບົດທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນຄື: ​ວັດທະນະທຳ​ເຂດ​ທະ​ເລ​ໝູ່​ເກາະ​ຢູ່ ຫວຽດນາມ ​ແລະ ​ໂລກ ​​ແມ່ນຫຼາຍ​ຮູບ​ຫຼາຍ​ແບບ; ວັດທະນະທຳ​ເຂດ​ທະ​ເລ​ໝູ່​ເກາະ​ສຳລັບ​ບັນຫາ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ແຫ່ງ​ຊາດ; ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ວັດທະນະທຳ​ເຂດ​ທະ​ເລ, ໝູ່​ເກາະ​ໃນ​ການ​ຊີວິດ​ຍຸກ​ປະຈຸ​ບັນ. ດຣ, ຫວູມິ​ງຢາງ, ຮອງ​ປະທານ​ສະພາມໍລະດົກ​ວັດທະນະທຳ​ແຫ່ງ​ຊາດ ຖື​ວ່າ:

        “ບັນດາ​ປັດ​ໄຈ​ທີ່​ສ້າງ​ເປັນ​ລັກສະນະ​ໝັ້ນຄົງ​ຂອງອະທິປະ​ໄຕ​ນັ້ນ​ແມ່ນ​ວັດທະນະທຳ. ພວກ​ເຮົາ​ຄວນ​ເຮັດ​ແຈ້ງ​ກ່ວາ​ອີກ​ບັນດາ​ຄຸນ​ຄ່າ​ວັດທະນະທຳ​ເຂດ​ທະ​ເລ​ໝູ່​ເກາະ. ບົນ​ພື້ນຖານ​ນັ້ນ, ພວກ​ເຮົາ​ຈະ​ກຳນົດ ​ບັນດາ​ຍຸດ​ທະ​ສາດ​ພັດທະນາ ກໍ່​ຄື​ການ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ​ໝູ່​ເກາະ​ໃນ​ອະນາຄົດ​ຢ່າງຄົບ​ຖ້ວນ​ກ່ວາ”.

        ຜ່ານ​ກອງ​ປະຊຸມ​ສຳມະນາຄັ້ງ​ນີ້, ຄະນະ​ຈັດ​ຕັ້ງ​ຫວັງ​ວ່າ​ຈະ​ຮັບ​ເອົາ​ຄຳ​ເຫັນ, ບົດຮຽນ​ຂອງ​ບັນ​ນາ​ນັກ​ຊ່ຽວຊານ, ຕີ​ລາຄາ, ​ໄຈ້​ແຍກ​ບັນດາ​ຄຸນ​ຄ່າ​ວັດທະນະທຳ​ເຂດ​ທະ​ເລ​ໝູ່​ເກາະສຳລັບ​ບັນຫາ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ ​ແລະ ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ, ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ໃນ​ສະ​ໄໝ​ເຊື່ອມ​ໂຍງ ​ແລະ ພົວພັນ​ແລກປ່ຽນ​ກັບ​ສາກົນ.

 

ຂ່າວ/ບົດ​ອື່ນ