ກອງປະຊຸມສຳມະນາວິທະຍາສາດເຂດປູຊະນີຍະສະຖານຢິງເຈີ້ນແທງຈຽມແລະຕົວໜັງສືລາຕິນ


ກອງປະຊຸມສຳມະນາວິທະຍາສາດເຂດປູຊະນີຍະສະຖານຢິງເຈີ້ນແທງຈຽມແລະຕົວໜັງສືລາຕິນ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຢິງ​ເຈີ້ນແທງ​ຈຽມ ແລະ ຕົວໜັງ​ສືລາ​ຕິນ

(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຢິງ​ເຈີ້ນແທງ​ຈຽມ ແລະ ຕົວໜັງ​ສືລາ​ຕິນ ໄດ້​ຖືກ​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 24/8 ຢູ່​ຕາ​ແສງ​ດ້ຽນ​ບານ ແຂວງກວາງ​ນາມ. ມີ​ບົດ​ປະ​ກອບ​ຄຳ​ເຫັນ 70 ບົດ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ​ທີ່​ນຳ​ສະ​ເໜີ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ສຸມ​ໃສ່​ເຮັດ​ແຈ້ງ, ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຢິງ​ເຈີ້ນແທງ​ຈຽມ. ທ່ານ ເຢືອງ​ຈຸງ​ກ໋ວກ ເລ​ຂາ​ທິ​ການ​ໃຫຍ​່​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ : 

   “ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຢິງ​ເຈີ້ນແທງ​ຈຽມ ແລະ ຕົວໜັງ​ສືລາ​ຕິນ ໄດ້​ສ້າງ​ຂີດ​ໝາຍ​ເລິກ​ເຊິ່ງ​ກ່ຽວ​ກັບ​ດ້ານ​ຈຳ​ນວນ ແລະ ຄຸນ​ນະ​ພາບ​ຂອງ​ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ. ທີ 1 ແມ່ນ​ທີ່​ຕັ້ງ​ບົດ​ບາດ​ຂອງ ເຂດ​ປູ​ຊະ​ນີ​ຍະ​​ສະ​ຖານ ຢິງ​ເຈີ້ນແທງ​ຈຽມ​ທີ່​ມີ​ຕໍ່​ຊີ​ວິດ​ການ​ເມ​ືອງ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ ແລະ ເສດ​ຖະ​ກິດ​ຂອງ​ດິນ​ແດນ ກວາງ​ນາມ ແລະ ພາກ​ໃຕ້. ທີ 2 ແມ່ນ​ກຳ​ນົດ​ບົດ​ບ​າດ​ຂອງ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຢິງ​ເຈີ້ນກວາງ​ນາມ ແມ່ນ​ແຫ່ງ​ທຳ​ອິດ​ໃຫ້​ກຳ​ເນີ​ດ​ຕົວ​ໜັງ​ສື​ລາ​ຕິນ; ກຳ​ນົດ​ວ່າ ໃຜ​ແມ່ນ​ຜູ້​ສ້າງ ຕົວ​ໜັງ​ສື​ລາ​ຕິນ ແລະ ບົດ​ບາດ​ຂອງ​ບັນ​ດາ​ນັກ​ບ​ວດ​ໃນ​ການ​ປະ​ດິດ​ຄິດ​ສ້າງ ແລະ ສ້າງ ຕົວ​ໜັງ​ສື​ລາ​ຕິນ​ໃຫ້​ສົມ​ບູນ​ແບບ.  ”
ຂ່າວ/ບົດ​ອື່ນ