ກອງປະຊຸມສຳມະນາວິທະຍາສາດແລະວາງສະແດງຫົວເລື່ອງສະເພາະກ່ຽວກັບແນວໂຮມຫວຽດມີງ

ກອງປະຊຸມສຳມະນາວິທະຍາສາດແລະວາງສະແດງຫົວເລື່ອງສະເພາະກ່ຽວກັບແນວໂຮມຫວຽດມີງ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ “​ໂຮ່ຈີ​ມິນ ກັບ​ແນວ​ໂຮມ ຫວຽດມິ​ງ”

(vovworld) – ກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ “​ໂຮ່ຈີ​ມິນ ກັບ​ແນວ​ໂຮມ ຫວຽດມິ​ງ” ​​ໄດ້​ດຳ​ເນີນ​ໃນຕ​ອນ​ເຊົ້າ​ວັນ​ທີ 18/5, ຢູ່​ຮ່າ​ໂນ້ຍ, ​ໂດຍ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຈັດ​ຕັ້ງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ ຫວຽດ​ມີ​ງ (19/5/1941 – 19/5/2016). ກອງ​ປະຊຸມ​ສຳ​ມະ​ນາ​ສຸມ​ໃສ່​ເຮັດ​ແຈ້ງ​ບັນດາ​ແນວ​ຄິດ​ທີ່​ເປັນ​​ແກ່ນສານທີ່​ສຸດ​ຂອງ ປະທານ ​ໂຮ່ຈີ​ມິນ ກ່ຽວ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ເອກະລາດ, ບົດບາດ, ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ຂອງ​ແນວ​ໂຮມ ຫວຽດມີ​ງ ສຳລັບ​ການ​ປະຕິວັດ ຫວຽດນາມ.

        ກໍ່​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ ກໍ່​ໄດ້​ດຳ​​ເນີນ​ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “​ແນວ​ໂຮມ ຫວຽດມີ​ງ - ມະຫາ​ສາມັກຄີ​ທົ່ວ​ປະ​ຊົນທັງ​ຊາດ (1941 – 1951)” ຢູ່​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ງານ​ວາງສະ​ແດງ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ​ໄດ້ຊົມ​ເຊີຍ​ຂໍ້​ລິ​ເລ່ີ​ມຈັດ​ຕັ້ງ​ງານ​ວາງສະ​ແດງ​ຄັ້ງ​ນີ້. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ:

        “ການ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ພວກ​​ເຮົາ​ຢັ້ງຢືນ​ພູມ​ປັນຍາ​ຂອງ​ຊາວ ຫວຽດນາມ, ​ແບບວິທີ​ຂອງຊາວ ຫວຽດນາມ ​ແລະ ​ແບບວິທີ​ນີ້, ມະຫາ​ສາມັກຄີ​ນີ້​ຍັງ​ແມ່ນ​​ເຄື່ອງມື​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ​ເພື່ອ​ໃຫ້​ພວກ​ເຮົາ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ປະຈຸ​ບັນ. ດ້ວຍນຳ້​ໃຈ​ນັ້ນ, ພວກ​ເຮົາຂໍອວຍພອນ​ໃຫ້​ຫໍພິພິຕະພັນ​ປະຫວັດສາ​ດ​ແຫ່ງ​ຊາດ​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ມີ​ບັນດາ​ວັດຖຸ​ພັນ​ທີ່​​ໄດ້​ນຳ​ມາວາງສະ​ແດງ​ກ່ອນທີ່​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ, ພວກ​ເຮົາ​ຈຶ່ງ​ຄິດຮອດຄິດ​ເຖິງປະ​ເທດ ຫວຽດນາມ ຍ້ອນ​ມີນຳ້​ໃຈ​ສາມັກຄີ​ກັນຈຶ່ງ​ຍາດ​ໄດ້​ເອກະລາດ ​ແລະ ​ໄຊຊະນະ​.”

 


ຂ່າວ/ບົດ​ອື່ນ