ກອງປະຊູມສຳມະນາວິທະຍາສາດ“ໄຊຊະນະດ້ຽນບຽນຝູ-ກຳລັງແຮງຫວຽດນາມ ໃນສະໄໝໂຮ່ຈີ໋ມິນ”

ກອງປະຊູມສຳມະນາວິທະຍາສາດ“ໄຊຊະນະດ້ຽນບຽນຝູ-ກຳລັງແຮງຫວຽດນາມ ໃນສະໄໝໂຮ່ຈີ໋ມິນ” - ảnh 1
ພາບປະກອບ

(vovworld) - ວັນ​ທີ 20/3, ຢູ່​ນະຄອນ ດ້ຽນບຽນຝູ (​ແຂວງ ດ້ຽນບຽນ) ຈະ​ດຳ​ເນີນ​ກອງ​ປະ​ຊູ​ມສຳ​ມະ​ນາວິທະຍາສາດ​ດ້ວຍ​ຫົວ​ຂໍ້​ວ່າ “ ​ໄຊຊະນະ ດ້ຽນບຽນຝູ - ກຳລັງ​ແຮງ ຫວຽດນາມ ​ໃນສະ​ໄໝ ​ໂຮ່ຈີ໋ມິນ” ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ​ແຂວງ ດ້ຽນບຽນສົມທົບ​ກັນ​ຈັດຕັ້ງ. ກອງ​ປະ​ຊູ​ມສຳ​ມະ​ນາ​ແນ​​ໃສ່​ໂຄສະນາຢ່າງ​ເລີກ​ເຊີ່ງ​ກ່ຽວກັບ​ທັດ​ຊະນະ,​ ​ແນວ​ຄິດ​, ​ແນ​ວທາງ​ສົງຄາມ​ປະຊາຊົນທີ່ຖືກຕ້ອງ, ມີຫົວຄິດ​ປະດິດ​ສ້າງຂອງ​ພັກ ​ແລະ ປະທານ ​ໂຮ່ຈີ໋ມິນ; ນະ​ໂຍບາຍ​ດຳ​ເນີນ​ສົງຄາມ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ຝລັ່ງ ​ແລະ ການ​ແຊກ​ແຊງ​ຂອງ ອາ​ເມ​ລິ​ກາ ​ໃນ​ບັ້ນຮົບ ດົງ​ຊວນ(Đông Xuân) 1953 – 1954, ພິ​ເສດ​ແມ່ນ​ການຈັດຕັ້ງ, ສ້າງ​ຖານ​ທີ່ໝັ້ນ​ ດ້ຽນບຽນຝູ. ​ ກອງ​ປະ​ຊູ​ມສຳ​ມະ​ນາຍັງ​ໂຄ​ຊະນາ​​ໄຫວ​ພິກຫົວຄິດ​ປະດິດ​ສ້າງ​ໃນ​ການ​ຊີ້ນຳ​ນຳພາຍຸດ​ທະ​ສາດ, ບັ້ນຮົບ​ຊອງ​ຄະນະ​ພັກ​ການ​ທະຫານ ​ແລະ ກອງ​ບັນຊາ​ການ​ໃຫຍ່;​ ບົດບາດ ​ແລະ ບັນດາ​ການ​ປະກອບສ່ວນ​ຂອງ​ກຳລັງ​ປະກອບ​ອາວຸດ​ກໍ່​ຄື​ປະຊາຊົນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ປະຊາຊົນ​ບັນດາ​ເຜົ່າ​​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ​ໃນ​ນັ້ນ​ມີ​ທະຫານ - ປະຊາຊົນ​ແຂວງ ດ້ຽນບຽນ.

 

 

 

ຂ່າວ/ບົດ​ອື່ນ