ກອງປະຊຸມສຳມະນາວິທະຍາສາດ“ໄຊຊະນະນດ້ຽນບຽນຝູ-ກຳລັງແຮງຫວຽດນາມໃນຍຸກໂຮ່ຈິມີນ”

ກອງປະຊຸມສຳມະນາວິທະຍາສາດ“ໄຊຊະນະນດ້ຽນບຽນຝູ-ກຳລັງແຮງຫວຽດນາມໃນຍຸກໂຮ່ຈິມີນ” - ảnh 1


(vovworld)-ກອງ​ປະຊຸມ​ສຳ​ມະ​ນາ​ດຳ​ເນີນ​ໄປ​ໃນ​ວັນ​ທີ 20/3 ຢູ່ ນະຄອນ​ດ້ຽນບຽນ​ຝູ ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ສົມທົບ​ກັບ​ແຂວງ ດ້ຽນບຽນ ຈັດ​ຕັ້ງ​ຂື້ນ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫ​ວ​ຂະຫນາດໃຫຍ່​ຖືກ​ຈັດ​ຂຶ້ນ​ຢູ່ ​ແຂວງດ້ຽນບຽນ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 60 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1957-7/5/2014). ກອງ​ປະຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຂຶ້ນ​ເພື່ອ​ຕີ​ລາຄາ​ຂອບ​ຂະຫນາດ, ສາຍ​ເຫດ, ຄວາມ​ໝາຍ​​​​​ຂອງໄຊຊະນະດ້ຽນບຽນ​ຝູ ​ແລະ ບັນດາ​ບົດຮຽນ​ຂອງ​ບັ້ນ​ຮົບ​ດ້ຽນບຽນ​ຝູ, ປະກອບສ່ວນ​ໂຄສະນາ,​ສຶກສາ​ມູນ​ເຊື້ອ​ຮັກສາ, ​ເພີ່ງ​ຕົນ​ເອງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ກອງທັບ ​ແລະ ປະຊາຊົນ​ເຂດ​ ​ໄຕ​ບັກ ​ເວົ້າ​ສະ​ເພາະ ​ແລະ ກອງທັບ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ​ກອງທັບ, ​ເພີ່ມ​ທະວີ​ພື້ນຖານ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນໃນ​ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ