ກອງປະຊຸມສຳມະນາສົ່ງເສີມການຄ້າ ການລົງທຶນເຂົ້າວຽງຈັນ ແລະ ຈຳປາສັກ

ກອງປະຊຸມສຳມະນາສົ່ງເສີມການຄ້າ ການລົງທຶນເຂົ້າວຽງຈັນ ແລະ ຈຳປາສັກ - ảnh 1

(ພາບ:dangcongsan.vn)​

( vovworld ) – ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາສົ່ງ​ເສີມ​ການ​ຄ້າ​ການ​ລົງທຶນ​ເຂົ້ານະຄອນຫຼວງວຽງ​ຈັນ ​ແລະ ​ແຂວງຈຳປາ​ສັກ ​ໂດຍ​ສູນສົ່ງ​ເສີມ​ການ​ຄ້າ ​ແລະ ​ການ​ລົງທຶນນະຄອນ​ໂຮ່ຈິ​ມິນ ຈັດຕັ້ງຂຶ້ນ. ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວໂດຍນະຄອນ​ໂຮ່ຈິ​ມິນ  ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ  ສົມທົບ​ກັນ​ຈັດຕັ້ງຂຶ້ນ  ​ເພື່ອ​ແນ​ໃສ່​ຂ່ຳນັບ​ຊົມ​ເຊີຍ “ປີ​ແຫ່ງ​ຄວາມ​ສາ​ມັກຄີ​ມິດຕະພາບ​ຫວຽດນາມ-​ລາວ 2012“. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກທຸລະກິດ​ໄດ້​ຮັບ​ບັນດາ​ຂໍ້​ມູນ​ຂ່າວ​ໃໝ່​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ ​ແລະ ​ແງ່​ຫວັງ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ, ລາວ ​ເວົ້າລວມ, ນະຄອນ​ໂຮ່ຈິ​ມິນ, ນະຄອນຫຼວງວຽງ​ຈັນ ​ແລະ ​ແຂວງຈຳປາ​ສັກ ​ເວົ້າສະ​ເພາະ. ຜ່ານ​ນັ້ນ ຊ່ວຍ​ໃຫ້​ນັກທຸລະກິດ​ຊອກ​ຮູ້​ບັນດາ​ຂົງ​ເຂດ​ທີ່​ຕົນ​ມີ​ຄວາມສົນ​ໃຈ ​ເພື່ອ​ແນ​ໃສ່​ສ້າງ​​ການ​ພົວພັນ​ຮ່ວມ​ມື​ຍາວ​ນານ, ມີ​ປະສິດທິ​ຜົນ ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Le Thanh Hai ​ເລຂາ​ຄະນະ​ພັກນະຄອນ​ໂຮ່ຈິ​ມິນ ​ເນັ້ນໜັກ​ວ່າ:

   “ພື້ນຖານ​ການ​ເມືອງ​ທີ່ໝັ້ນຄົງ ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ໃນ​ນັ້ນ​ເສດຖະກິດ​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ມີ​ຄວາມ​ສາມາດບົ່ມຊ້ອນ​, ທ່າ​ແຮງຫຼາຍ​ຢ່າງ. ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ລາວ ບໍ່​ພຽງ​ແຕ່​​ເພື່ອ​ຈຸດປະສົງດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພຶດຕິ​ກຳ​ຕົວ​ຈິງ​ທີ່​ມີ​ຊີວິດ​ຊີວາ ​ເພື່ອ​ເພິ່ມພູນ​ຄູນ​ສ້າງ​ໃຫ້​ແກ່ນ້ຳໃຈ​ມິດຕະພາບ​ແບບ​ພິ​​ເສດ​​ໂດຍລຸ້ນກ່ອນ​ປະ​ໄວ້​ໃຫ້. ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ ຕ້ອງ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເພື່ອ​ອະ​ນາ​ຄົດ“.

 

ຂ່າວ/ບົດ​ອື່ນ