ກອງປະຊຸມສຳມະນາສື່ມວນຊົນພາຍຫຼັງ 30 ປີແຫ່ງການປ່ຽນໃໝ່

ກອງປະຊຸມສຳມະນາສື່ມວນຊົນພາຍຫຼັງ 30 ປີແຫ່ງການປ່ຽນໃໝ່ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຈັດ​ຕັ້ງ​ໃນ​ວັນ​ທີ 28/12

(vovworld) - ຕອນ​ເຊົ້າ​ວັນ​ທີ 28/12, ຢູ່ ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ​ສື່​ມວນ​ຊົນ​ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ - ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ. ຜົນງານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່  ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ແມ່ນ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ. ສື່​ມວນ​ຊົນ​ໄດ້​ຕັ້ງໜ້າ​ໂຄສະນາ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ; ສ່ອງ​ແສງ​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ. ສື່​ມວນ​ຊົນ​ປະຕິວັດ​ກໍ່​ປະກອບສ່ວນ​ໂຄສະນາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຊາຍ​ແດນ, ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ຊາດ… ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ເທ໋ກີ, ຜູ້​ອຳນວຍ​ການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ, ຖື​ວ່າ:

        “ມີ​ຫຼາຍບັນຫາ​ທີ່​ພວກ​ເຮົາ​ບໍ່​ກ້າ​ເວົ້າ, ບໍ່​ກ້າ​ອອກ​ຂ່າວ​ທາງ​ສື່​ມວນ​ຊົນ, ​ເຄືອ​ຂ່າຍ​ສັງຄົມ​ຈະ “​ເວົ້າ​ໃຫ້​ແທນ“, ຊ້ຳ​ບໍ່​ໜຳ​ແມ່ນ​ເວົ້າ​ຜິດ, ​ເວົ້າ​ແບບຕູ່​ຫາ. ສິ່ງ​ດັ່ງກ່າວ​ໄດ້​ວາງ​ອອກ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ແມ່ນ​ຕ້ອງ​ມີ​ການ​ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ​ຄວາມ​ສາມາດ, ຄຸນ​ນະ​ທາດ, ຄຸນ​ນະພາ​ບ, ປະສິດ​ທິຜົນ​ວຽກ​ງານ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ​ສຳລັບ​ສື່​ມວນ​ຊົນ, ​ສຳລັບເນື້ອ​ໃນ, ຈີນ​ຕະນາ​ການ, ​ແບບ​ແຜນ​ດຳລົງ​ຊີວິດ, ​ແບບ​ວິທີ​ຊີ້​ນຳ​ນຳພາ​ຂອງ​ພັກ​ສຳລັບ​ບັນດາ​ອົງການ​ສື່​ມວນ​ຊົນ.

        ​ແລະ​ກໍ່​​ໃນ​ຕອນ​ເຊົ້າ​ວັນ​ທີ  29/12, ສະມາຄົມ​ນັກ​ຂ່າວ ຫວຽດນາມ, ດ້ວຍ​ບົດບາດ​ເປັນ​ປະທານ​ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ “ອາ​ຊຽນ-ປະຊາ​ຄົມ​ໜຶ່ງ“ ​ແລະ ງານ​ວາງສະ​ແດງ​ແນະນຳພາບ​ຂ່າວ​ທີ່​ດີ​ເດັ່ນ 87 ​ແຜ່ນ​ຂອງ​ບັນດາ​ນັກ​ຂ່າວ​ອາ​ຊຽນກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ອາ​ຊຽນ.


ຂ່າວ/ບົດ​ອື່ນ