ກອງປະຊຸມສຳມະນາ“ສສຊແລະວຽກງານປ້ອງກັນຕ້ານHIV/ໂລກເອດ“

ກອງປະຊຸມສຳມະນາ“ສສຊແລະວຽກງານປ້ອງກັນຕ້ານHIV/ໂລກເອດ“ - ảnh 1
ພາບ​ປະ​ກອບ

 (vovworld) - ກອງ​ປະຊຸມ​ສຳ​ມະ​ນາ “ສສຊ ​ແລະ ວຽກ​ງານ​ປ້ອງ​ກັນ​ຕ້ານ HIV/ໂລກ​ເອດ“ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 30/11, ຢູ່​ຮ່າ​ໂນ້ຍ ​ໂດຍ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ລັດຖະສະພາ​ລະຫວ່າງ​ຊາດ​ໂລກ ​ແລະ ອົງການ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ HIV/ໂລກ​ເອດ ຈັດ​ຕັ້ງ​ຂຶ້ນ. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ຄວາມ​ຮູ້​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໃນ​ການ​ຮັບ​ມື​ກັບ​ບັນຫາ HIV/ໂລກ​ເອດ; ພ້ອມ​ທັງ​ໜູນ​ຊ່ວຍ​ດ້ານ​ທັກ​ສະ ​ແລະ ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ ​ແນ​ໃສ່​ສ້າງ ​ແລະ ຕິດຕາມ​ກວດກາ​ລະບົບ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ HIV/ໂລກ​ເອດ.

ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ຮັບ​ມື, ປ້ອງ​ກັນ, ຕ້ານ HIV/ໂລກ​ເອດ ຢູ່​ຫວຽດນາມ ​ແລະ ຂໍ້​ສະ​ເໜີ​ຕ່າງໆ; ​ແບ່ງປັນ​ບັນດາ​ມາດ​ຕະການ​ຮັກສາ​ວຽກ​ງານ​ປິ່ນປົວ HIV; ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ໃນ​ການ​ເພີ່ມ​ທະວີ​ການ​ສຳຜັດ, ສົ່ງ​ເສີມ ​ແລະ ປິ່ນປົວ HIV.


ຂ່າວ/ບົດ​ອື່ນ