ກອງປະຊຸມສຳມະນາສະພາແຫ່ງຊາດຫວຽດນາມ-70ປີແຫ່ງການສ້າງຕັ້ງແລະພັດທະນາ

ກອງປະຊຸມສຳມະນາສະພາແຫ່ງຊາດຫວຽດນາມ-70ປີແຫ່ງການສ້າງຕັ້ງແລະພັດທະນາ - ảnh 1
(ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ
ກ່່າວຄຳເຫັນທີ່ ກອງ​ປະຊຸມ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາດ້ວຍ​ຫົວ​ຄໍ້​ວ່າ “​ສະພາ​ແຫ່ງ​ຊາດ​ຫວຽດນາມ - 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ“ ​ໂດຍ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 8/12 ຢູ່​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ ​ເນັ້ນ​ໜັກ​ວ່າ, 70 ປີຜ່ານມາ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ນັບ​ມື້​ນັບ​ຢືນຢັນ​ທີ່​ຕັ້ງ, ບົດ​ບາດ ​ເປັນ​ອົງການ​ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ. ​ໃນ​ແຕ່ລະ​ໄລຍະ​ແຫ່ງ​ການ​ປະຕິວັດ, ສະພາ​ແຫ່ງ​ຊາດ​ໄດ້​ຊ່ວຍ​ປຸກລຸກ​ເຈດ​ຈຳນົງ ​ແລະ ນ້ຳ​ໃຈ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ປົກ​ປັກ​ຮັກສາ​ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ແລະ ຕິດຕາມ​ກວດກາ​ສູງ​ສຸດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ​, ຊີ້​ແຈ້ງວ່າ

        “ຄຽງ​ຂ້າງ​ການ​ປ່ຽນ​ໃໝ່ການ​ປັບປຸງ ​ເພື່ອ​ແນ​ໃສ່​ເພີ່ມ​ຈຳນວນ​ເອກະສານ​ດ້ານ​ກົດໝາຍ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ແຕ່​ລະສະ​ໄໝ​ນັ້ນ, ສະພາ​ແຫ່​ງຊາດຍັັງ​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ນິຕິບັນຍັດ​ຂອງ​ຕົນ. ທັດສະນະ ​ແລະ ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ສ່ອງ​ແສງ​ຢ່າງ​ຈະ​ແຈ້ງ​ໃນ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ສະພາ​ແຫ່ງ​ຊາດ. ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເນື້ອ​ໃນ​ສຸມ​ໃສ່​ບັນດາ​ບັນຫາ​ໃຫຍ່, ຮີບ​ເຮັ່ງ​ຂອງ​ຊີວິດ​ການ​ເປັນ​ຢູ່. ຂັ້ນ​ຕອນ​ລະບຽບ​ການ, ວິທີ​ການ​ຕິດຕາມ​ກວດກາ​ມີ​ການ​ປັບປຸງ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ການ​ຕິດຕາມ​ກວດກາ​ຕາມ​ຫົວ​ຂໍ້, ການ​ລົງ​ຄະ​ແນນ​ສຽງ ​ແລະ ການປ່ອນ​ບັດ​ໄວ້​ວາງ​ໃຈ.“

        ບັນດາ​ຜູ້​ແທນ​ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່ ​ເພື່ອ​ຮັບປະກັນ​​ໃຫ້ການ​ປະຕິບັດລັດຖະທຳ​ມະນູນ​ປີ 2013 ​ແລະ ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ​ຢ່າງ​ມີ​ປະສິດທິ​ຜົນ, ສືບ​ຕໍ່​ປັບປຸງ​ລະບົບ​ກົດໝາຍ ​ເພື່ອ​ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຢັດ​ສັງຄົມ​ນິຍົມ, ນຳ​ປະ​ເທດ​ເຮົາ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

       

ຂ່າວ/ບົດ​ອື່ນ