ກອງປະຊຸມສຳມະນາສະເຫຼີມສະຫຼອງ100ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ຫງວຽນວັນລີງ

ກອງປະຊຸມສຳມະນາສະເຫຼີມສະຫຼອງ100ປີແຫ່ງວັນຄ້າຍວັນເກີດຂອງເລຂາທິການໃຫຍ່ຫງວຽນວັນລີງ - ảnh 1
ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ
(ພາບ​ປະ​ກອບ)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 22/6, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັ​ດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ກັບ​ການ​ປະ​ຕິ​ວັດ ຫວຽດ​ນາມ, ກັບ​ໄຊ​ງ່ອນ - ເຈີ້​ເລີ໋ນ - ​ຢາດີ້ງ, ນະ​ຄອນ​ໂຮ່​ຈີ​ມິນ”. ດ້ວຍ​ບົດ​​ປະ​ກອບ​ຄວາມ​ເຫັນ 92 ບົດ​ກ່ຽວ​ຂ້ອງ​ເຖິງ 3 ເນື້ອ​ໃນ​ຕົ້ນ​ຕໍ​ຄື: “ຫງວຽນ​ວັນ​ລີງ - ການ​ນຳ​ທີ່​​ກ້າ​ແກ່ນ, ຈົ່ງ​ຮັກ​ພັກ​ດີ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ”, “ຫງວຽນ​ວັນ​ລີງ - ຜູ້​​ມີ​ຄວາມ​ຜູກ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ອົງ​ຄະ​ນະ​ພັກ ແລະ ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ” ແລະ “ຫງວຽນ​ວັນ​ລີງ - ແບບ​ຢ່າ​ງ​ທີ່​ເຫຼື້ອມ​ໄສ​ແຈ້ງ, ຈົ່ງ​ຮັກ​ພັກ​ດີ​ກັບ​ປະ​ເທດ​ຊາດ ແລະ ມີ​ຄວາມ​ກະ​ຕັນ​ຍູ​ກັບ​ປຸ​ຊາ​ຊົນ”. ທ່ານ​ນາງ ເຈືອງມີ້​ຮ​ວາ, ອະ​ດີດ​ຮອງ​ປະ​ທານ​ປະ​ເທດ, ໃຫ້​ຮູ້​ວ່າ:

        “ເມື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ ​ຕື້ນ​ຕັນໃຈ​ເມື່ອ​ໄດ້​ທົບ​ທວ​ນ​ຄືນ​ໄລ​ຍະ​​ທາງເຊິ່ງ​ຕົນ​ເຄີຍ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ, ກາ​ນ​​ຊັກ​ຈູງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລີງ ແມ່ນ​ນັກ​ຮົບ​ປະ​ຕິ​ວັດ​ໄດ້​ອຸ​ທິດ​ສ່ວ​ນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ຂອງ​ພັກ, ຂອງ​ປະ​ຊາ​ຊົນ, ແມ່ນ​ລູກ​ສິດ​ຜູ້​ດີ​ເດັ່ນ​ຂອງ​ປະ​ທານ ໂຮ່​ຈີ​ມີນ.”


ຂ່າວ/ບົດ​ອື່ນ