ກອງປະຊຸມສຳມະນາສະເໜີປັບປຸງກົດໝາຍວ່າດ້ວຍຊາວໜຸ່ມ

(VOVWORLD) -  ຕອນເຊົ້າວັນທີ 03 ຕຸລາ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາສະເໜີປັບປຸງກົດໝາຍວ່າດ້ວຍຊາວໜຸ່ມ.
ກອງປະຊຸມສຳມະນາສະເໜີປັບປຸງກົດໝາຍວ່າດ້ວຍຊາວໜຸ່ມ - ảnh 1  ທີ່ກອງປະຊຸມສຳມະນາ   (ພາບ:tuoitrethudo.vn)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ໂດຢີວເທື່ອງ ອະດີດຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຍົກອອກທັດສະນາກົດໝາຍວ່າດ້ວຍຊາວໜຸ່ມ ຄວນກຳນົດແຈ້ງກ່ວາ ກ່ຽວກັບເລື່ອງສ້າງກົນໄກເສີມຂະຫຍາຍບົດບາດຊາວໜຸ່ມໃນເລື່ອງເຂົ້າຮ່ວມການຄຸ້ມຄອງລັດ ແລະ ສັງຄົມ, ຕິດຕາມກວດກາ, ໄຈ້ແຍກຕີລາຄານະໂຍບາຍ, ກົດໝາຍສຳລັບຊາວໜຸ່ມ, ກ່ຽວຂ້ອງເຖິງຊາວໜຸ່ມ. ຫວຽດນາມ ມີຊາວໜຸ່ມເກືອບ 24 ລ້ານຄົນພວມຢູ່ໃນເກັນອາຍຸແຕ່ 16 – 30 ປີ, ກວມເກືອບ 26% ຈຳນວນປະຊາກອນທົ່ວປະເທດ. ຊາວໜຸ່ມແມ່ນພາກສ່ວນໜຶ່ງໃນປະຊາຊົນ, ແມ່ນກຳລັງປະຈັນບານຂອງການປະຕິວັດ, ຂອງພັກ ແລະ ຂອງຊາດ. ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງສັງຄົມແມ່ນສິດ ແລະ ຄວາມຮັບຜິດຊອບຂອງຊາວໜຸ່ມ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ