ກອງ​ປະ​ຊ​ຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕ​າ​ເວັນ​ອອກຢ​ູ່ ສະ​ຫະ​ພັນ ລັດ​ເຊຍ: ຍົກ​ສູງບົດ​ບາດ​ການກໍ່​ສ້າງ​ບ​ັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ

(VOVWORLD) -ກອງປະຊຸມສຳມະນາໄດ້ຮັບຟັງ ບົດລາຍງານວິທະຍາສາດ 11 ສະບັບ ກ່ຽວກັບບັນດາຫົວຂໍ້ຄື: ການຜັນແປ່ໃໝ່ສຸດທີ່ປິ່ນອ້ອມການປະທະກັນເຂດນ້ຳແດນດິນຢູ່ທະເລຕາເວັນອອກ, ການຜັນແປ່ປະຫວັດສາດທີ່ພາໄປເຖິງການປະທະກັນຢູ່ທະເລຕາເວັນອອກ, ບັນດາສິ່ງທ້າທາຍ ແລະ ໄພອັນຕະລາຍ…
ກອງ​ປະ​ຊ​ຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕ​າ​ເວັນ​ອອກຢ​ູ່ ສະ​ຫະ​ພັນ ລັດ​ເຊຍ: ຍົກ​ສູງບົດ​ບາດ​ການກໍ່​ສ້າງ​ບ​ັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ - ảnh 1ຜູ້ຕາງໜ້າ ຫວຽດນາມທີ່ກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 27 ມິຖຸນາ, ຢູ່ນະຄອນ ມົດສະກູ, ປະເທດ ລັດເຊຍ, ກອງທຶນ “ເສັ້ນທາງແຫ່ງສັນຕິພາບ” (ລັດເຊຍ) ໄດ້ສົມທົບກັບ ສະມາຄົມທະນາຍຄວາມປະຊາທິປະໄຕສາກົນ (IADL)ຈັດຕັ້ງກອງປະຊຸມສຳມະນາ ສາກົນຄັ້ງທີ 2: “ໂຕ້ແຍ້ງກັນໃນບັນຫາທະເລ ແລະ ວິທີແກ້ໄຂໂດຍສັນຕິວິທີ”. ເຂົ້າຮ່ວມ ແລະ ອ່ານບົດປະກອບຄຳເຫັນທີ່ກອງປະຊຸມມີບັນດານັກຮຽນຮູ້ຄົ້ນຄ້ວາດ້ານການເມືອງ, ນັກທະນາຍຄວາມ, ນັກຊ່ຽວຊານດ້ານກົດໝາຍວ່າດ້ວຍທະເລທີ່ມາຈາກບັນດາ ປະເທດ ລັດເຊຍ, ອາເມລິກາ, ຟິລິບປິນ, ຍີ່ປຸ່ນ, ປາກິດສະຖານ, ຫວຽດນາມ.

ກອງປະຊຸມສຳມະນາໄດ້ຮັບຟັງ ບົດລາຍງານວິທະຍາສາດ 11 ສະບັບ ກ່ຽວກັບບັນດາຫົວຂໍ້ຄື: ການຜັນແປ່ໃໝ່ສຸດທີ່ປິ່ນອ້ອມການປະທະກັນເຂດນ້ຳແດນດິນຢູ່ທະເລຕາເວັນອອກ, ການຜັນແປ່ປະຫວັດສາດທີ່ພາໄປເຖິງການປະທະກັນຢູ່ທະເລຕາເວັນອອກ, ບັນດາສິ່ງທ້າທາຍ ແລະ ໄພອັນຕະລາຍ… ແນະນຳສັງເຂບໂດຍລວມ ແລະ ຈະແຈ້ງ ປະຫວັດສາດທັງໝົດ ແລະ ການຂັດແຍ່ງກ່ຽວກັບເຂດນ້ຳແດນດິນຢູ່ທະເລຕາເວັນອອກ, ກໍ່ຄືທັດສະນະຕົ້ນຕໍຂອງບັນດາປະເທດທີ່ກ່ຽວຂ້ອງ. ບັນດານັກປະຖະກະຖາລ້ວນແຕ່ເຫັນດີເປັນເອກະພາບວ່າ ການກະທຳຫັນເປັນການທະຫານຢູ່ທະເລຕາເວັນອອກບໍ່ພຽງແຕ່ມີຜົນສະທ້ອນເຖິງສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນເທົ່ານັ້ນ, ຫາກຍັງມີຜົນສະທ້ອນເຖິງຄວາມເສລີການເດີນເຮືອ, ການບິນສາກົນ ແລະ ກໍ່ຄື ສິ່ງແວດລ້ອມຊີວະພາບທະເລອີກດ້ວຍ.

        ກ່າວຄຳເຫັນສະຫຼຸບກອງປະຊຸມສຳມະນາ, ທ່ານ Jean Ellen Mirer, ປະທານ IADL, ຢັ້ງຢືນວ່າ ໃນຫຼາຍປີຜ່ານມາ, ສະຫະສະມາຄົມໄດ້ຮຽກຮ້ອງແກ້ໄຂ ບັນດາການຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະ ຈະສືບຕໍ່ຕິດຕາມສະພາບການເພື່ອຄ່ອຍໆຮັບປະກັນສະຖຽນລະພາບ, ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ