ກອງປະຊຸມສຳມະນາສາກົນ “ຮ່ວາງຊາ - ເຈື່ອງຊາ: ຄວາມຈິງ ກ່ຽວກັບປະຫວັດສາດ”

ກອງປະຊຸມສຳມະນາສາກົນ “ຮ່ວາງຊາ - ເຈື່ອງຊາ: ຄວາມຈິງ ກ່ຽວກັບປະຫວັດສາດ” - ảnh 1
​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຮ່ວາງ​ຊາ - ​ເຈື່ອງ​ຊາ: ​ຄວາມ​ຈິງ​ກ່ຽວ​ກັບປະຫວັດສາດ”
(ພາບ: baomoi.com)

(vovworld) –  ດັ່ງ​ທີ່​ພວກ​ເຮົາ​​ໄດ້ໃຫ້​ຂ່າວ​ໄປ​ແລ້ວ, ຕອນ​ເຊົ້າວັນ​ທີ 20/06,   ຢູ່​ດ່າ​ນັ້ງ ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຮ່ວາງ​ຊາ - ​ເຈື່ອງ​ຊາ: ​ຄວາມ​ຈິງ​ກ່ຽວ​ກັບປະຫວັດສາດ” ​ໂດຍ​ມະຫາ​ວິທະຍາ​ໄລ​ດ່າ​ນັ້ງ ​ແລະ ມາ​ຫາ​ວິທະຍາ​ໄລ ຟ້າ​ມວັນ​ດົງ, ​ແຂວງ​ກວາງ​ຫງ້າ​ຍ ຈັດ​ຕັ້ງ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ນັກຮຽນ​ຮູ້ທັງ​ຢູ່​ພາຍໃນ ​ແລະ ຕ່າງ​ປະ​ເທດ​ກວ່າ 100 ຄົນ. ກອງ​ປະຊຸມ​ສຳ​ມະນາ​ດຳ​ເນີນ​ໄປ​ໃນ​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພວມ​ສັບສົນ​ທີ່​ສຸດ ພາຍຫຼັງ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ເຂົ້າ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ຜິດ​ກົດໝາຍ.

        ທີ່​ວາລະ​ປຶກສາ​ຫາລື​ທຳ​ອິດ​ໃນ​ຕອນ​ເຊົ້າ​ວັນ​ທີ 20/06 ດ້ວຍ​ຫົວ​ຂໍ້ “ຄວາມ​ຈິງ​ກ່ຽວ​ກັບ​ການ​ຂັດ​ແຍ້​ງຢູ່ 2 ໝູ່​ເກາະ​ຮ່ວາງ​ຊາ ​- ​ເຈື່ອງ​ຊາ ​ແລະ ບັນດາ​ຜົນ​ກະທົບ​ຕໍ່​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ”, ທ່ານ ສາດສະດາຈານ Calyte A.Thayer ມາ​ຈາກ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດອົດສຕາ​ລີ ຖື​ວ່າ, ການ​ກະທຳ​ພຽງລຳພັງ​ຝ່າຍ​ດຽວ​ຂອງ​ຈີນ ​ເມື່ອ​ຕັ້ງຮ້ານ​ເຈາ​ະນ້ຳມັນ​ໃນ​ຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ພວມ​ວາງ​ອອກ​ບັນດາ​ບັນຫາ​ປະຫວັດສາດ​ການ​ເມືອງ ​ແລະ ກົດໝາຍ​ທີ່​ສັບສົນ, ກ່ຽວຂ້ອງ​ເຖິງ​ການຮຽກສິດ​ຂັດ​ແຍ້ງ​ອະທິປະ​ໄຕ. ທ່ານ ສາດສະດາຈານ Calyte A.Thayer ຢືນຢັນ​ວ່າ, ການ​ຂັດ​ແຍ້​ງ​ໃນປະຈຸບັນກ່ຽວ​ກັບ​ສິດ ​ແລະ ສິດ​ອະ​ທິປະ​ໄຕ​ໃນ​ບັນດາ​ເຂດ​ທະ​ເລ​ຢູ່​ອ້ອມ​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ພຽງ​​ແຕ່​ສາມາດ​ແກ້​ໄຂ​​ໄດ້ໂດຍ​ອີງ​ຕາມ​ກົດໝາຍ​ສາກົນ, ລວມທັງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

        “ຂ້າພະ​ເຈົ້າ​ຖື​ວ່າ ພວກ​ເຮົາ​ຕ້ອງ​ປຶກສາ​ຫາລື​ຢູ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ກ່ຽວ​ກັບ​ບັນຫາ​ຮ້ານ​ເຈາະ​ນ້ຳມັນ ​ແລະ ຜົນ​ກະທົບ​ຂອງ​ມັນ. ​ແລະ ຈີນ​ແມ່ນ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ, ​ເຂົ້າ​ເຈົ້າ​ຕ້ອງ​ປະ​ເຊີນ​ໜ້າ. ສະຫະ​ປະຊາ​ຊາດ​ສາມາດ​ສວ​ມບົດບາດ​ເປັນຕຸລາການ​ເພື່ອ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ, ປົກ​ປັກ​ຮັກສາ​ສັນຕິພາບ​ໃນ​ພາກ​ພື້ນ.”

    ກອງ​ປະສຸມ​ສຳ​ມະ​ນາ​ຄັ້ງ​ນີ້ ​ໄດ້​ມີ​ຈຳນວນ​ນັກຮຽນ​ຮູ້​ເຂົ້າ​ຮ່ວມຫຼາຍ​ທົບ 2 ​ເທົ່າ​ເມື່ອ​ທຽບ​ກັບ​ປີກ​ອນ, ​ເຊິ່ງລວມມີ​ບັນດາ​ນັກຮຽນ​ຮູ້​ທີ່​ມີອິດ​ທິພົນ​ຊື່​ສຽງ, ນັກຄົ້ນຄວ້າສາກົນ, ບັນດາ​ຜູ້​ທີ່​ມີ​ກິດຈະກຳ​ວິທະຍາສາດ​ຄົ້ນຄວ້າ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ