ກອງປະຊຸມສຳມະນາສາກົນ “ຮ່ວາງຊາ - ເຈື່ອງຊາ: ຄວາມຈິງກ່ຽວກັບປະຫວັດສາດ”

ກອງປະຊຸມສຳມະນາສາກົນ “ຮ່ວາງຊາ - ເຈື່ອງຊາ: ຄວາມຈິງກ່ຽວກັບປະຫວັດສາດ” - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຮ່ວາງ​ຊາ - ​ເຈື່ອງ​ຊາ:
ມູນ​ຄວາມ​ຈິງ​ກ່ຽວ​ກັບປະຫວັດສາດ”
(ພາບ: thanhnien.com.vn)

(vovworld) –  ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຮ່ວາງ​ຊາ - ​ເຈື່ອງ​ຊາ: ​ຄວາມ​ຈິງ​ກ່ຽວ​ກັບປະຫວັດສາດ” ດຳ​ເນີນ​ໄປ​ໃນ​ວັນ​ທີ 20/06 ຢູ່​ແຂວງ​ດ່ານັ້ງ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ນັກຮຽນ​ຮູ້, ນັກ​ຄົ້ນຄວ້າ, ນັກ​ຊ່ຽວຊານ​ອັນ​ດັບ​ໜື່ງຂອງ​ບັນດາ​ມະຫາວິທະຍາ​ໄລ ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ກວ່າ 100 ຄົນ. ນີ​ແມ່ນ​ການ​ເຄື່ອນ​ໄຫວ​ຖັດຈາກ​ກອງ​ປະຊຸມ​ສຳ​ມະ​ນາ “ອະທິປະ​ໄຕ​ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ - ບັນດາ​ແງ່​ມູມປະຫວັດສາດ ​ແລະ ກົດໝາຍ” ​ເຊິ່ງ​ໄດ້​ຈັດ​ຂຶ້ນ​​ເມື່ອ​ທ້າຍ​ເດືອນ 04/2013 ຢູ່​ກວາງຫງ້າຍ.

        ກອງ​ປະຊຸມ​ສຳ​ມາ​ນາສາ​ກົນ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ, ​ໄດ້​ສູ​ມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ: ບົດບາດ​ທ່ີ​ຕັ້ງ​ຂອງ​ໝູ່​ເກາະ​ຮ່ວາງ​ຊາ - ​ເຈື່ອງ​ຊາ ຢູ່​ທ​ະເລ​ຕາເວັນ​ອອກ; ການ​ຂັດ​ແຂ້​ງຢູ່ 2 ໝູ່​ເກາະ ​ແລະ ຜົນ​ສະທ້ອນ​ສຳລັບ​ສັນຕິພາບ ​ແລະ ຄວາມສະ​ຫງົບ​ປອດ​ໄພ​​ໃນ​ພາກ​ພື້ນ​ອາຊີ - ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ຮອງ​ສາດສະດາຈານ, ດຣ ຟ້າ​ມດັງ​ເຟືອ​ກ, ອະທິການ​ບໍດີ​ມະຫາວິທະຍາ​ໄລ ຟ້າ​ມວັງ​ດົ່ງ, ຫົວ​ໜ່ວຍຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ໃຫ້​ຮູ້​ວ່າ.

        “ປີ 2013, ມະຫາວິທະຍາ​ໄລ ຟ້າ​ມວັນ​ດົ່ງ, ຢູ່​ກວາງ​ຫງ້າ​ຍ ​ໄດ້​ຈັດກອງປະຊຸມ​ສຳ​ມະ​ນາ, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ແກ່​ນັກຮຽນ​ຮູ້​ສາກົນ. ຕາມ​ຄຳ​ເຫັນ​ຂອງ​ນັກຮຽນ​ຮູ້​ສາກົນຫຼາຍ​ທ່ານ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຈັດ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຄັ້ງ​ນີ້, ​ເພື່ອ​ສືບ​ຕໍ່​ເຮັດ​ແຈ້ງ​ລັກສະນະ​ປະຫວັດສາດ, ລັກສະນະ​ດ້ານ​ກົດໝາຍກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​ໃນ​ຈຸດ​ເວລາ​ທີ່​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ແນ່ນອນ​ວ່າ ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກຮຽນ​ຮູ້ ​ແລະ ສື​່ມວນ​ຊົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ”.

ຂ່າວ/ບົດ​ອື່ນ